ຕ້ອງ​ມີ​ສານ​ຢ່າງ​ຈະ​ແຈ້ງ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ຄວາມ​ທະ​ເຍີ​ທະ​ຍານ, ມັກ​ໃຫຍ່​ໄຝ່ສູງຄວບ​ຄຸມທະ​ເລ​ຕາ​ເວັນ​ອອກ

(VOVWORLD) -ຕ້ອງມີສານຢ່າງຈະແຈ້ງເພື່ອແນໃສ່ສະກັດກັ້ນຄວາມທະເຍີທະຍານ, ມັກໃຫຍ່ໄຝ່ສູຄວບຄຸມທະເລຕາເວັນອອກ.ນີ້ແມ່ນທັດສະນະຂອງວົງການນັກການເມືອງ, ນັກຮຽນຮູ້ອາເມລິກາ ແລະ ສາກົນຈຳນວນໜຶ່ງ ຢູ່ທີ່ກອງປະຊຸມສຳມະນາທະເລຕາເວັນອອກປະຈຳປີ ຄັ້ງທີ 10 ໂດຍສູນຄົ້ນຄ້ວາຍຸດທະສາດອາເມລິກາ ຈັດຕັ້ງຂຶ້ນທາງອອນລາຍໃນວັນທີ 14 ກໍລະກົດ.
ຕ້ອງ​ມີ​ສານ​ຢ່າງ​ຈະ​ແຈ້ງ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ຄວາມ​ທະ​ເຍີ​ທະ​ຍານ, ມັກ​ໃຫຍ່​ໄຝ່ສູງຄວບ​ຄຸມທະ​ເລ​ຕາ​ເວັນ​ອອກ - ảnh 1ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison (ພາບ: AFP/TTXVN) 

ທີ່ກອງປະຊຸມສຳມະນາ,ຜູ້ຕາງໜ້າກະຊວງການຕ່າງປະເທດອາເມລິກາ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການຜັນແປທີ່ສັບສົນ ຫວ່າງມໍ່ໆມານີ້ ຢູ່ທະເລຕາເວັນອອກ ແລະ ຄວາມສ່ຽງອາດຈະເກີດການປະທະກັນ ລະຫວ່າງ ບັນດາຝ່າຍທີ່ມີການຂັດແຍ້ງກັນ. ຝ່າຍອາເມລິກາເນັ້ນໜັກວ່າ ອາເມລິກາຈະສືບຕໍ່ຕໍ່ສູ້ເພື່ອພາກພື້ນອິນເດຍ - ປາຊີຟິກທີ່ເສລີພາບ ແລະ ເປີດກ້ວາງ, ທ່ານກໍ່ຢັ້ງຢືນວ່າ ອາເມລິກາພວມປັບປຸງນະໂຍບາຍຂອງປະເທດນີ້ຢູ່ທະເລຕາເວັນອອກ, ເຊິ່ງແມ່ນພາກສ່ວນໜຶ່ງທີ່ສຳຄັນ ແຕ່ພວມກໍ່ໃຫ້ເກີດການຖົກຖຽງກັນ ຢູ່ພາກພື້ນ.

        ທ່ານ David R.Stilwell - ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາຮັບຜິດຊອບບັນຫາອາຊີຕາເວັນອອກ ແລະ ປາຊີຟິກໃຫ້ຮູ້ວ່າ: ອາເມລິກາໃຫ້ຄຳໝັ້ນສັນຍາປົກປ້ອງຄວາມເສລີໃນການເດີນເຮືອຕາມກົດໝາຍສາກົນ, ຮັກສາກະແສການຄ້າບໍ່ໃຫ້ມີສິ່ງກີດຂວາງ ແລະ ໜູນຊ່ວຍການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ. ນີ້ແມ່ນຜົນປະໂຫຍດສຳຄັນຂອງອາເມລິກາແລະ ພວກຂ້າພະເຈົ້າໄດ້ປະຕິບັດ, ແບ່ງປັນກັບບັນດາປະເທດພັນທະມິດແລະຄູ່ຮ່ວມມືຂອງຕົນ.

        ແລະກໍ່ໃນວັນທີ 16 ກໍລະກົດ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ຖະແຫຼງວ່າ ອົດສະຕາລີຈະສືບຕໍ່ສະໜັບສະໜູນຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກຢ່າງແຮງ. ທີ່ກອງປະຊຸມຂ່າວຢູ່ນະຄອນຫຼວງ ແຄນເບີລາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບທັດສະນະຂອງອົດສະຕາລີທີ່ກ່ຽວຂ້ອງເຖິງ ຄຳຖະແຫຼງການໃໝ່ຂອງທ່ານລັດຖະມົນຕີການຕ່ງປະເທດອາເມລິກາ ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ Scott Morrison ຊີ້ແຈ້ງວ່າ “ອົດສະຕາລີຈະສືບຕໍ່ຮັກສາຫຼັກໝັ້ນຢ່າງເດັດດ່ຽວທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ