ຕ້ອງຢຸດ​ຕິ​ບັນ​ດາ​ການ​ກະ​ທຳ​ຕັ້ງ​ຖິ່ນ​ຖາ​ນ​ຄົງ​ທີ່​ແບບ​ຜິດ​ກົດ​ໝາຍຢູ່​ເຂດ​ຝັ່ງ ຕາ​ເວັນ​ອອກແມ່​ນ້ຳ​ຈ​ແດນ

(VOVWORLD) -ວັນທີ 28 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດການປຶກສາຫາລືເປີດນັດສາມັນ ກ່ຽວກັບສະພາບການຢູ່ ຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ.

ຕ້ອງຢຸດ​ຕິ​ບັນ​ດາ​ການ​ກະ​ທຳ​ຕັ້ງ​ຖິ່ນ​ຖາ​ນ​ຄົງ​ທີ່​ແບບ​ຜິດ​ກົດ​ໝາຍຢູ່​ເຂດ​ຝັ່ງ ຕາ​ເວັນ​ອອກແມ່​ນ້ຳ​ຈ​ແດນ - ảnh 1ທ່ານ ດັ້ງດິ່ງກຸຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ ບັນດາການກະທຳໃຊ້ຄວາມຮຸນແຮງ ແລະ ຄຳເວົ້າທີ່ມີລັກສະນະຍຸ້ ແຍ່ພວມເຮັດໃຫ້ການແບ່ງແຍກລະຫວ່າງ ຊາວອິດສະລາແອັນ ແລະ ຊາວປາແລດສະຕິນຮ້າຍແຮງຂຶ້ນຕື່ມ ແລະ ກໍ່ຄວາມຫຍຸ້ງຍາກໃຫ້ແກ່ບັນດາຄວາມມານະພະຍາຍາມສ້າງສັນຕິພາບ. ເພື່ອສ້າງຄວາມສະດວກໃຫ້ແກ່ການຊອກຫາວິທີການແກ້ໄຂ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຖືວ່າ ຕ້ອງຢຸດຕິບັນດາການກະທຳຕັ້ງຖິ່ນຖານຄົງທີ່ແບບຜິດກົດໝາຍ ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ຢຸດຕິການທຳລາຍຊັບສິນ, ເຮືອນຊານຂອງ ຊາວປາແລັດສະຕິນ ແລະ ເຄົາລົບສະພາບເດີມບັນດາເຂດສັກສິດຢູ່ Jerusalem. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ບັນດາຝ່າຍ ຕອ້ງມີມາດຕະການທີ່ຈຳເປັນເພື່ອປົກປ້ອງເດັກນ້ອຍໃນການປະທະກັນ.

ແລະກໍ່ໃນວັນທີ 28 ກໍລະກົດ, ເມັກຊີໂກ ໄດ້ສົມທົບກັບອັງກິດ, Estonia, ອາເມລິກາ, ນອກແວ ແລະ ຕູນີຊີ ຈັດກອງປະຊຸມຕາມຮູບການ Arria ຂອງສະພາຄວາມໝັ້ນຄົງ ສປຊ ປຶກສາຫາລືກ່ຽວກັບບົດບາດຂອງ ຄວາມຄິດຕາຍຕົວການຈຳແນກການປະພຶດລະຫວ່າງຍິງ - ຊາຍ ໃນການສະກັດກັ້ນການກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງ.

ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ຢູ່ ສປຊ, ຖືວ່າ ບັນດາມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ໄດ້ຍອມຮັບຕ້ອງສົບທົບແງ່ມູນເພດ ເຂົ້າສູ່ບັນດາຄວາມມານະພະຍາຍາມຕ້ານການຫັນເປັນການໃຊ້ຄວາມຮຸນແຮງ, ການປະຕິຮູບ, ການເຊື່ອມໂຍງເຂົ້າກັບການກໍ່ການຮ້າຍຄືນໃໝ່, ສະກັດກັ້ນ ແລະ ແກ້ໄຂການປະທະກັນ ຫຼືສ້າງສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ