ຕ້ອງເພີ່ມລັກສະນະບັງຄັບສຳລັບການນຳໃຊ້ພະລັງງານແບບປະຢັດ

ຕ້ອງເພີ່ມລັກສະນະບັງຄັບສຳລັບການນຳໃຊ້ພະລັງງານແບບປະຢັດ - ảnh 1
ກ​ອງປະຊຸມ​ສະຫລຸບ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​
ກົດໝາຍ​ວ່າ​ດ້ວຍ​ການ​ນຳ​ໃຊ້​ພະລັງງານ​​ແບບ​ປະຢັດ ​ແລະ ມີ​ປະສິດທິ​ຜົນ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 16/12 ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກ​ອງປະຊຸມ​ສະຫລຸບ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ນຳ​ໃຊ້​ພະລັງງານ​​ແບບ​ປະຢັດ ​ແລະ ມີ​ປະສິດທິ​ຜົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ພາຍຫລັງ 5 ປີ​ແຫ່ງ​ການ​ປະຕິບັດ ກົດໝາຍ​ວ່າ​ດ້ວຍ​ການ​ນຳ​ໃຊ້​ພະລັງງານ​​ແບບປະຢັດ ​ແລະ ມີ​ປະສິດທິ​ຜົນ, ບັນດາ​ລະບົບ​ເອກະສານນິຕິ​ກຳ​ແນະນຳ, ກຳ​ນົດມາດ​ຕະຖານ​ຢ່າງ​ຄົບ​ຊຸດ​ພໍ​ສົມຄວນ, ຈາກ​ນັ້ນ ຍົກ​ອອກ​ບັນດາ​ໂຄງການ​ດຳ​ເນີນ​ງານ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກ່ວາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ສະ​ເໜີ​ວ່າ

        “ປະຕິບັດ ​ການ​ປະຢັດ​ພະລັງງານ​ເປັນ​ຢ່າງ​ດີ ຈະ​ຊ່ວຍ​ຫລຸດຜ່ອນ​ການ​ນຳ​ເຂົ້າ​ພະລັງງານ, ສຸມ​ໃສ່​ເພີ່ມ​ພະລັງງານ​ຜະລິດ​ຄືນ​ໃໝ່, ຊ່ວຍ​ຫລຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ. ຫວຽດນາມ ກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ​ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ການ​ປ່ອຍອາຍ​ພິດ​ເຮືອນ​ແກ້ວ, ນີ້​ກໍ່​ແມ່ນ​ຄວາມ​ກົດ​ດັນ ​ແລະ ສິ່ງ​ທ້າ​ທາຍ​ຕໍ່ ຫວຽດນາມ. ຂ້າພະ​ເຈົ້າ​ສະ​ເໜີ​ກະຊວງ​ອຸດສາຫະກຳ - ການ​ຄ້າ ​ແລະ ບັນດາ​ທ້ອງ​ຖິ່ນ​ສືບ​ຕໍ່​ກວດກາ, ປັບປຸງ​ເພີ່ມ​ເຕີ່​ມ​ເນື້ອ​ໃນ​ກົດໝາຍ​ຕື່ມ​ອີກ, ກໍ່​ຄື​ບັນດາ​ເອກະສານ​ນິຕິ​ກຳ​ລຸ່ມ​ກົດໝາຍ. ສືບ​ຕໍ່​ດັດ​ປັບ​ຕາມ​ທິດ​ສຸມ​ໃສ່​ຄວາມ​ຮັບຜິດຊອບ​ຄຸ້ມ​ຄອງ, ຕິດຕາມ​ກວດກາ. ສຳລັບ​ບຸກຄົນ​ທີ່​ນຳ​ໃຊ້​ພະລັງງານ​ຕ້ອງ​ເພີ່ມ​ລັກສະນະ​ບັງຄັບ​ປະຕິບັດ​ຕາມ​ຂໍ້​ກຳນົດ​ກົດໝາຍ”

 

ຂ່າວ/ບົດ​ອື່ນ