ຕ້ອນຮັບຄະນະທູດກຳລັງແຮງມິດຕະພາບສາກົນມາຢ້ຽມຢາມຫວຽດນາມ

ຕ້ອນຮັບຄະນະທູດກຳລັງແຮງມິດຕະພາບສາກົນມາຢ້ຽມຢາມຫວຽດນາມ - ảnh 1
ການ​ຕ້ອນ​ຮັບ​ຄະ​ນະທູດ​ກຳ​ລັງ​ແຮງ​ມິດ​ຕະ​ພາບ​ສາ​ກົນ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ

(vovworld) – ວັນ​ທີ 4/11,  ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ, ສະ​ມາ​ຄົມ ຫວຽດ​ນາມ - ອາ​ເມ​ລິ​ກາ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ທູດ​ກຳ​ລັງ​ແຮງ​ມິດ​ຕະ​ພາບ​ສາ​ກົນ (FFI) ໂດຍ​ທ່ານ Warren Bonta ເປັນ​ຫົວ​ໜ້າ ມາ​ຢ້ຽມ​ຢາມ ຫວຽດ​ນາມ ແຕ່​ວັນ​ທີ 1 - 16/11 ​ຢ່າງ​ສະ​ໜິດ​ສະ​ໜົມ. ທີ່​ການ​ຕ້ອນ​ຮັບ, ທ່ານ ບຸ່ຍ​ເທ໋​ຢາງ, ຮອງ​ປະ​ທານ​ສະ​ມາ​ຄົມ​ມ​ິດ​ຕະ​ພາບ ຫວຽດ​ນາມ - ອາ​ເມ​ລິ​ກາ ໄດ້​ແນະ​ນຳ​ປະ​ຫວັດ​ສາດ, ປະ​ເທດ, ປະ​ຊາ​ຊົນ, ກໍ່​ຄື​ຮີດ​ຄອງ​ປະ​ເພ​ນີ, ການ​ອອກ​ແຮງ​ງານ​ຂອງ​ຊາດ ຫວຽດ​ນາມ, ແນະ​ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ ຫວຽດ​ນາມ - ອາ​ເມ​ລິ​ກາ ແລະ ບັນ​ດາ​ຊໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ທູດ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ສະ​ໂມ​ສອ​ນ​ກຳ​ລັງ​ແຮງ​ມິດ​ຕະ​ພາບ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ FFI ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ກ່ຽວ​ກັບ​ປະ​ຫວັດ​ແຫ່ງ​ການ​ຕ​ໍ່​ສູ້​ປົດ​ປ່ອຍ​ຊາດ​ຂອງ ຫວຽດ​ນາມ ແລະ ຄວາມ​ຮູ​້​ສຶກ​ກ່ຽວ​ກັບ​ປະ​ຊາ​ຊົນ ຫວຽດ​ນາມ ທີ່​ສະ​ໜິດ​ສະ​ໜົມ, ເປີດ​ອົກ​ເປີດ​ໃຈ ແລະ ອະ​ນຸ​ໂລມ. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ບັນ​ດາ​ຜູ້​ແທນ FFI ໄດ້​ມາ​ຢູ່​​ຮ່ວມ​ກັນ​ກັບ​ບາງ​ຄອບ​ຄົວ​ຊາວ​ຮ່າ​ໂນ້ຍ, ໄປ​ຢ້ຽມ​ຢາມ​​ປູ​ຊະ​ນີ​ຍະ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ​ບາງ​ແຫ່ງ​ຂອງ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ