ຕ້ອນຮັບຄະນະນັກກິລາຫວຽດນາມດ້ວຍຫຼຽນຄຳ Olympic ປະຫວັດສາດ

ຕ້ອນຮັບຄະນະນັກກິລາຫວຽດນາມດ້ວຍຫຼຽນຄຳ Olympic ປະຫວັດສາດ - ảnh 1
(ນັ​ກ​ກິ​ລາ​ຍິງ​ປືນ ຮ່​ວາງ​ຊວນ​ວິງ)

(vovworld) - ຕອນ​ຄ່ຳ​ວັນ​ທີ 14/08, ນັກ​ກິ​ລາ​ຍິງ​ປືນ ຮ່​ວາງ​ຊວນ​ວິງ, ຜູ້​ຂ້​ວາ​ໄດ້​ຫຼຽນ​ຄຳ 1 ຫຼຽນ, ຫຼຽນ​ເງິນ 1 ຫຼ​ຽ​ນ ໃນ​ການ​​ແຂ່ງຂັ້ນ​ຍິງ​ປືນຢູ່​ງານ​ມະ​ຫາ​ກຳ​ກິ​ລາ Olympic Rio 2016, ໄດ້​ກັບ​ເມືອ​ຮອດ​ຮ່າ​ໂນ້ຍ. ດ້ວຍ​ຫຼຽນ​ໄຊ 2 ຫຼຽນ​ດັ່ງ​ກ່າວ, ນັ​ກ​ກິ​ລາ​ຍິງ​ປືນ ຮ່​ວາງ​ຊວນ​ວິງ ໄດ້​ນຳ​ມາ​ເຊິ່ງ​ຄວາມ​ເອກ​ອ້າງ​ຖະ​ນົງ​ໃຈ ບໍ່​ພຽງ​ແຕ່​ສຳ​ລັບທິມ​ຍິງ​ປືນ​ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງໃຫ້​ຂະ​ແໜງ​ກິ​ລາ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ນ​ັບ​ລ້ານ​ຄົນ​ອີກ​ດ້ວຍ. ຜົນ​ງານ​ດັ່ງ​ກ່າວ​ໄດ້​ຊ່ວຍ​ໃຫ້ ຮ່​ວາງ​ຊວນ​ວິງ ​ລອດ​ເຂົ້າ top ນັກ​ກິ​ລາດີເດັ່ນ 10 ຄົນ​ຂອງ Olympic ຄັ້ງ​ນີ້. ຕື້ນ​ຕັນ​ໃຈ​ຕໍ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ສຸດ​ຈິດ​ສຸດ​ໃຈຂ້ອງ​ຜູ້​ນິ​ຍົມເປັນ​ຈຳ​ນວນ​ຫຼວງ​ຫຼາຍ ແລະ ເພື່ອນ​ຮ່ວມ​ກົມ​ກອງ, ນັກ​ຍິງ​ປືນ ຮ່​ວາງ​ຊວນ​ວິງ ແບ່ງ​ປັນ​ວ່າ.

        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ ແລະ ຜາ​ສຸກ​ທີ່​ສ​ຸດ ເມື່ອ​ຜູ້​​ນິ​ຍົມ​ກິ​ລາ​ທຸກ​ຄົນໄດ້​​ໄປ​ຕ້ອນ​ຮັບ​ຄະ​ນະ​ນັກ​ກິ​ລາຢູ່​ສະ​ໜ​າມ​ບິນ. ຂ້າ​ພະ​ເຈົ້າເອງກໍ່​ຮູ້​ສຶກ​ແປກ​ປະ​ຫຼາດ​ໃຈເມື່ອໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຄື​ແນວນັ້ນ, ນັ້ນ​ແ​ມ່ນອາ​ລົມຈິດ​ເຊິ່ງ​​ຜູ້​ນິ​ຍົມ​ກິ​ລາ​ໄດ້​ສະ​ຫງວນ​ໃຫ້​ແກ່​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຂົ້າ​ຮູ້​ສຶກ​ມີ​ຄວາມ​ຜາ​ສຸດ​ຫຼາຍ. ຂ້​າ​ພະ​ເຈົ້າ​ຫວັງ​ວ່າ, ໃນ​ອະ​ນາ​ຄົດ ກິ​ລາ​ຫວຽດ​ນາມ ຈະ​ພັດ​ທະ​ນາກວ່າ​ອີກ”.

        ​ຕ້ອນ​ຮັບ​ຄະ​ນະ​ກິ​ລາ​ຫວຽດ​ນາມ ຢູ່​ສະ​ໜາ​ມ​ບິນ ໂນ້ຍ​ບ່າຍ, ທ່ານ​ຫົວ​ໜ້າ​ກົມ​ໃຫຍ່​ກິ​ລາ​ກາຍ​ຍະ​ກຳ ເວືອງ​ບິ໋ກ​ທັ໋ງ ຢືນ​ຢັນ​ວ່າ, ຈ​ະ​ສຸມ​ໃສ່​ຍູ້​ແຮງການ​ພັດ​ທະ​ນາ​ຂະ​ບວນ​ການ​​ກາຍ​ຍະ​ກຳກິ​ລາ​ມະ​ຫາ​ຊົນ, ພິ​ເສດ​ແມ່ນ​ເປົ້າ​ໝາຍ​ເປັນ​ຊາວ​ໜຸ່ມເຍົ​າ​ວະ​ຊົນ​ອະ​ນຸ​ຊົນ, ນັກ​ຮຽນ. ພ້ອມ​ກັນ​ນັ້ນ, ຂະ​ແໜງ​ຈະ​ສືບ​ຕໍ່ລົງ​ທຶນ ແລະ ພັດ​ທະ​ນາ​ກິ​ລາ​ປະ​ເພດ​ຕ່າງ​ໆຢ່າງ​ມີ​ຈ​ຸດ​ສຸມ.

ຂ່າວ/ບົດ​ອື່ນ