ຕ້ອນຮັບຄະນະນັກທ່ອງທ່ຽວກວ່າ 700 ຄົນ, ສັນຍານດີຍາມຕົ້ນປີໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວ MICE ດ່ານັ້ງ

(VOVWORLD) -ຄະນະນັກທ່ອງທ່ຽວນີ້ິ້ໄດ້ເລືອກເອົານະຄອນ ດ່ານັ້ງ ແມ່ນສະຖານທີ່ເພື່ອຈັດຕັ້ງການເຄື່ອນໄຫວສະຫຼຸບ, ເຊີດຊູຂອງບໍລິສັດ.
ຕ້ອນຮັບຄະນະນັກທ່ອງທ່ຽວກວ່າ 700 ຄົນ, ສັນຍານດີຍາມຕົ້ນປີໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວ MICE ດ່ານັ້ງ - ảnh 1ພິທີຕ້ອນຮັບຄະນະນັກທ່ອງທ່ຽວ
(ພາບ: plo.vn)

ໂດຍສືບຕໍ່ການເຄື່ອນໄຫວດຶງດູດນັກທ່ອງທ່ຽວສົມທົບກັບກອງປະຊຸມ (MICE) ມາທ່ອງທ່ຽວຢູ່ນະຄອນ ດ່ານັ້ງ ໃນປີ 2021, ຕອນເຊົ້າວັນທີ 22 ມັງກອນ, ພະແນກທ່ອງທ່ຽວນະຄອນ ໄດ້ຈັດພິທີຕ້ອນຮັບຄະນະນັກທ່ອງທ່ຽວ 700 ຄົນ. ຄະນະນັກທ່ອງທ່ຽວນີ້ິ້ໄດ້ເລືອກເອົານະຄອນ ດ່ານັ້ງ ແມ່ນສະຖານທີ່ເພື່ອຈັດຕັ້ງການເຄື່ອນໄຫວສະຫຼຸບ, ເຊີດຊູຂອງບໍລິສັດ. ອ້າຍ ຈາກແທັ່ງກົງ, ນັກທ່ອງທ່ຽວໃນຄະນະແບ່ງປັນວ່າ.

        “ເມື່ອມາຮອດ ດ່ານັ້ງ, ຂ້າພະເຈົ້າເຫັນວ່າມີຄວາມສະດວກຫຼາຍຢ່າງ, ທີໜຶ່ງແມ່ນການຮັບໃຊ້, ສ້າງເງື່ອນໄຂໃຫ້ບັນດາບໍລິສັດທີ່ຈະຈັດຕັ້ງເຫດການຢູ່ທີ່ນີ້. ທີ 2 ແມ່ນລາຍຈ່າຍເພື່ອດຳເນີນເຫດການຢູ່ທີ່ນີ້ແມ່ນເໝາະສົມທີ່ສຸດ. ສະນັ້ນ, ຂ້າພະເຈົ້າຄິດວ່າ, ໃນອະນາຄົດ ດ່ານັ້ງ ຈະກາຍສູນກາງ ບໍ່ພຽງແຕ່ແມ່ນການທ່ອງທ່ຽວດ້ານວັດທະນະທຳເທົ່ານັ້ນ, ຫາກຍັງສົມເປັນສູນກາງຈັດຕັ້ງບັນດາເຫດການໃຫຍ່ ຂອງຫວຽດນາມ ແລະ ສາກົນອີກດ້ວຍ”.

        ໃນປີ 2021, ນະຄອນ ດ່ານັ້ງ ຈະສ້າງ ແລະ ອະນຸມັດຜ່ານນະໂຍບາຍເພື່ອດຶງດູດນັກທ່ອງທ່ຽວ MICE ມານະຄອນ, ປະກອບສ່ວນຟື້ນຟູການເຄື່ອນໄຫວດ້ານການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ