ຕ້ອນຮັບບຸນເຕັດຫວຽດ ນາມຢູ່ສຳນັກງານ ປົກຄອງປາຣີ

 ຕ້ອນຮັບບຸນເຕັດຫວຽດ ນາມຢູ່ສຳນັກງານ ປົກຄອງປາຣີ - ảnh 1

(ພາບ: xaluan.com)

(vovworld)- ​​​ຕອນ​ຄ່ຳວັນ​ທີ 4/2, ກົງ​ກັບ​ວັນ​ທີ 5 ​ເດືອນ​ຈຽງ​ໄລ່ຕາມ​ຈັນທະ​ປະຕິ​ທິນຫວຽດນາມ, ​ເປັນຄັ້ງທຳ​ອິດ​ທີ່​ປະ​ເພນີ​ຕ້ອນຮັບ​ບຸນ​ເຕັດ ​ແລະ ການສະ​ແດງ​ສິລະ​ປະ​ພິ​ເສດສະ​ເພາະ​ຂອງ​ຫວຽດນາມ ​ໄດ້​ແນະນຳກັບ​ແຂກ​ຖືກ​ເຊີນ 1000 ຄົນ​ທີ່​ມີໜ້າ​ຢູ່ສຳນັກງານ​ປົກຄອງ​ປາຣີ ປະ​ເທດ​ຝະລັ່ງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Bertrand Delanoe ​ເຈົ້າຄອງ​ນະຄອນ​ປາຣີ ​ເວົ້າວ່າ:

  “ຂ້າພະ​ເຈົ້າຕີ​ລາຄາ​ສູງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ປາຣີ. ປຊຊ ປາຣີ ຕີ​ລາຄາ​ສູງ​ເລື່ອງ​ພວກ​ເພື່ອນ​ໄດ້​ອ່ວຍ​ໜ້າ​ເມືອ​ຫາ​ບັນພະ​ບູລຸດ, ບ້ານ​ເກີດ​ເມືອງ​ນອນ, ຮັກສາ​ມູນ​ເຊື້ອ ​ແລະ ​ເຈືອ​ຈານ​ເຂົ້າກັບ​ຊີວິດ​ຢູ່​ປາຣີ ​ເປັນ​ຢ່າງ​ດີ ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະ​ນາ​ລວມຂອງ​ນະຄອນ.​ ປີ​ພົວພັນ​ແລກປ່ຽນ​ຫວຽດນາມ-​ຝະລັ່ງ 2013-2014 ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ພວກ​ເຮົາ​ຊຸກຍູ້​ການ​ຮ່ວມ​ມື“.

   ນາງ​ຮົ່ງ​ແອ​ງ ສະມາຊິກ​ຄະນະ​ບໍລິຫານ​ງານ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝະລັ່ງ ​ແບ່ງປັນ​ວ່າ:

   “ນີ້​ແມ່ນ​ຄັ້ງທຳ​ອິດ​ທີ່​ບຸນ​ເຕັດ​ຫວຽດນາມ ຖືກ​ຈັດ​ຂຶ້ນ​ຢູ່​ທີ່​ນີ້, ນີ້​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ປາ​ຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝະລັ່ງ. ​ເມື່ອ​ເຂົ້າຮ່ວມ ​ແລະ ນຸ່ງ​ຊຸດ​ເສື້ອ​ຍາວ​ອັນ​ເປັນ​ປະ​ເພນີຂອງຫວຽດນາມ, ຂ້າພະ​ເຈົ້າມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ທີ່​ສຸດ“.

   ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເຢືອງຈິ​ຢູ້ງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຝະລັ່ງ ​ເນັ້ນໜັກ​ວ່າ: ກ້າວ​ເຂົ້າສູ່​ປີ 2014, ສອງ​ປະ​ເທດ​ລໍຄອຍ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ປະ​ທາ​ນາ​ທິບໍດີ​ຝະລັ່ງ ກໍ່​ຄື​ເລື່ອງ​ສອງ​ປະ​ເທດ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ສ້າງຕັ້ງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ຫາ​ກໍ່​ລົງ​ນາມ. ​ໃນ​ປີ​ນີ້, ຢູ່​ຝະລັ່ງ, ຍັງ​ຈະຈັດ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະ​ນະພາ​ບພົດ​ປະ​ເທດ​ຫວຽດນາມ ທີ່​ມີ​ມູນ​ເຊື້ອ ​ແລະ ສີສັນ​ວັດທະນະທຳ, ພວກ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ​ຢ່າງ​ແຮງ​ຕໍ່​ເພື່ອນ​ມິດ​ຝະລັ່ງ ​ແລະ ​ໂລກ./.

 


ຂ່າວ/ບົດ​ອື່ນ