ຕ້ອນຮັບ​ປີ​ໃໝ່ 2020 ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວທີ່​ມີ​ຫົວ​ຂໍ້ “ສີສັນ​ດອກ​ໄມ້”

(VOVWORLD) - ຈຸດພົ້ນເດັ່ນໃນບັນດາການເຄື່ອນໄຫວຂອງເດືອນທັນວາ 2019 ແມ່ນ “ງານຕະຫຼາດນັດເຂດພູສູງຕ້ອນຮັບປີໃໝ່ 2020”. 

        ຕາມແຫຼ່ງຂ່າວຈາກກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃນວັນທີ 2 ທັນວາ, ບັນດາການເຄື່ອນໄຫວດ້ວຍຫົວຂໍ້ “ສີສັນດອກໄມ້” ທີ່ມີຫຼາຍຮູບຫຼາຍສີ ຈະດໍາເນີນໃນລະຫວ່າງວັນທີ 1 ທັນວາ 2019 ຫາ 02 ມັງກອນ 2020 ຢູ່ບ້ານວັດທະນະທໍາ - ກິລາ ບັນດາເຜົ່າຫວຽດນາມ ທີ່ບ້ານດົ່ງໂມະ, ເທດສະບານ ເຊີນເຕິຍ, ຮ່າໂນ້ຍ ເພື່ອແນໃສ່ຕ້ອນຮັບບຸນປີໃໝ່ 2020.

        ຈຸດພົ້ນເດັ່ນໃນບັນດາການເຄື່ອນໄຫວຂອງເດືອນທັນວາ 2019 ແມ່ນ “ງານຕະຫຼາດນັດເຂດພູສູງຕ້ອນຮັບປີໃໝ່ 2020”. ນະທີ່ນີ້, ຄະນະຈັດຕັ້ງໄດ້ວາດພາບເຖິງບັນຍາກາດທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາຂອງເຂດພູສູງທາງພາກເໜືອຫວຽດນາມ; ແນະນໍາອາຊີບຫັດຖະກໍາຂອງຊາວເຜົ່າມົ້ງ, ຊາວເຜົ່າກົ໊ງແຂວງດ້ຽນບຽນ; ເຊີດຊູວັດທະນະທໍາຊົງຊາ ແລະ ດື່ມນໍ້າຊາ ຂອງແຂວງຖ໋າຍງວຽນ. ເມື່ອມາຮ່ວມງານຕະຫຼາດນັດດັ່ງກ່າວ, ແຂກທ່ອງທ່ຽວຈະໄດ້ຊີມບັນດາເຍື່ອງອາຫານພື້ນເມືອງຢູ່ທ້ອງຖິ່ນ, ວັດທະນະທໍາຂອງເຂດຊົນເຜົ່າ, ການລະຫຼີ້ນບັນເທິງ ໂດຍປະຊາຄົມເຜົ່າມົ້ງ, ກົ໊ງ, ເຜົ່າຜູ້ໄທ, ໄຕ, ຢ້າວ, ຂະມຸ ນໍາມາໃຫ້.

        ນອກຈາກນັ້ນ ຍັງມີລາຍການສະແດງສິລະປະ, ຟ້ອນລໍາທໍາເພງອີກດ້ວຍ.  


ຕອບກັບ

ຂ່າວ/ບົດ​ອື່ນ