ຕ້ອນຮັບຜະລິດຕະພັນທ່ອງທ່ຽວໃໝ່ຂອງພາກກາງປີ 2015

ຕ້ອນຮັບຜະລິດຕະພັນທ່ອງທ່ຽວໃໝ່ຂອງພາກກາງປີ 2015 - ảnh 1
(ພາບປະກອບ)

(vovworld) – 3 ​ແຂວງ, ນະຄອນ​ຄື: ​ເທື່ອ​ທຽນ​ເຫ໋ວ, ດ່າ​ນັ້ງ, ກວາງ​ນາມ ຫາ​ກໍ່​ຈັດ​ຕັ້ງ​ລາຍການ​ໂຄສະນາ​ການທ່ອງທ່ຽວ​ຢ່າງ​ຮ່າ​ໂນ້ຍ, ດ້ວຍ​ຫົວ​ຂໍ້​ວ່າ “​ເທື່​ອທຽນ​ເຫ໋ວ - ດ່າ​ນັ້ງ - ກວາງ​ນາມ, ​​ແດນ​ສະຫວັນ​ຂອງ​ທະ​ເລ, ໝູ່​ເກາະ ​ແລະ ມໍ​ລະ​ດົກ​ໂລກ”. ນີ້​ແມ່ນລາຍການ​ເປີດ​ສາກ​ໃຫ້​ແກ່ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາສົ່ງ​ເສີມ​ການ​ຮ່ວມ​ສຳພັນ​ລະຫວ່າງ 3 ທ້ອງຖິ່ນແນ​ໃສ່​ເພີ່ມ​ທະວີ​ແຫຼ່ງກຳລັງ ​ແລະ ປະສິດທິ​ຜົນ​ການ​​ໂຄສະນາ, ສົ່ງ​ເສີມ​ການທ່ອງທ່ຽວ. ປີ 2015, ມີ​ບັນດາ​ຜະລິດ​ຕະພັນຂຸດ​ຄົ້ນ​ທ່າ​ແຮງ​ດ້ານ​ການທ່ອງທ່ຽວ​ຂອງ​ທ້ອງ​ຖິ່ນ, ​ໃນນັ້ນ, ດ່າ​ນັ້ງ ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ການ​ບໍລິການບັນ​ທິງ, ​ເຫ໋ວ ຂຸດ​ຄົ້ນ​ຄວາມ​ງາມ​ຂອງ​ພາລາ​ດຊະ​ວັງ​ທີ່​ເປັນ​ມູນ​ເຊື້ອ ​ແລະ ​ແຂວງກວາງ​ນາມ ​ແຂວງຍູ້​ແຮງ​ການທ່ອງທ່ຽວ​ຊີວະ​ພາບ, ປະຊາ​ຄົມ. ທ່ານ ດິງຮ່າຍ, ຫົວ​ໜ້າ​ພະ​ແນ​ກວັດທະນະທຳ, ກິລາ​ ​ແລະ ທ່ອງທ່ຽວ​ແຂວງ​ກວາງ​ນາມ ​ໃຫ້​ຮູ້​ວ່າ.

   “ປີ 2015 ​ແມ່ນ​ປີ​ພິ​ເສດ, ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະພາບ, ກວາງ​ນາມ ​​ໄດ້ໂຄສະນາ​ບັນດາ​ລາຍການ​ທ່ອງ​ທ່ຽວ​ໃໝ່​ຄື ຢ້ຽມຢາມ​ທາງ​ໂຮ່ຈິ​ມິນ, ອານຸສາ​ວະລີ​ແມ່​ຫວຽດນາມ ວິລະ​ຊົນ ​ແລະ ຖານ​ທີ່​ໝັ້ນ​ປະຕິວັດພາກ​ກາງ. 3 ຜະລິດ​ຕະພັນ​ທ່ອງ​ທ່ຽວດັ່ງກ່າວ ຈະ​ແມ່ນ​ຜະລິດ​ຕະພັນ​ຈຸດ​ສຸມ​ຂອງປີ​ທ່ອງ​ທ່ຽວ 2015 ຂອງ​ກວາງ​ນາມ. ​ໃນ​ປີ 2015 ລາຍການ​ທ່ອງ​ທ່ຽວ​ທະ​ເລ, ໝູ່​ເກາະ​ກໍ່ແມ່ນ​ສິ່ງ​ທີ່​ພວກ​ຂ້າພະ​ເຈົ້າ​​ເອົາ​ໃຈ​ໃສ່​ຊຸກຍູ້ ​ແລະ ພັດທະນາ.”

ຂ່າວ/ບົດ​ອື່ນ