ຕ້ອນ​ຮັບ​ລະ​ດູ​ແລ້ງ​ຮ​ະ​ລອງ - ກ​ວ໋າງ​ນິງ 2020

(VOVWORLD) -ຕອນຄ່ຳວັນທີ 16 ພຶດສະພາ, ຢູ່ສູນກອງປະຊຸມສາກົນ, ແຂວງກວ໋າງນິງ ໄດ້ດຳເນີນລາຍການສະແດງສິລະປະ “ຕ້ອນຮັບລະດູແລ້ງຮະລອງ - ກວາງນິງ 2020”. 
ຕ້ອນ​ຮັບ​ລະ​ດູ​ແລ້ງ​ຮ​ະ​ລອງ - ກ​ວ໋າງ​ນິງ 2020 - ảnh 1ລາຍການສະແດງສິລະປະ “ຕ້ອນຮັບລະດູແລ້ງຮະລອງ - ກວາງນິງ 2020” 

ລາຍການແມ່ນການເຄື່ອນໄຫວສຳຄັນເປີດສາກໃຫ້ແກ່ການກະຕຸກຊຸກຍູ້ການທ່ອງທ່ຽວ ກວາງນິງ ໃນເງື່ອນໄຂໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມໄດ້ໂດຍພື້ນຖານ. ລາຍການມີເນຶ້ື້ອໃນສະແດງສິລະປະທີ່ເປັນເອກະລັກສະເພາະຫຼາຍຢ່າງ, ໂດຍສະເພາະແມ່ນບັນດາບົດເພງກ່ຽວກັບປະທານໂຮ່ຈີມິນ, ກ່ຽວກັບຄວາມສວຍງາມຂອງທັດສະນີຍະພາບອ່າວ ຮະລອງ ແລະ ຄວາມຮັກແພງແຂກຄົນຂອງປະຊາຊົນຢູ່ທີ່ນີ້. ລາຍການດັ່ງກ່າວໄດ້ຈັດຂຶ້ນດ້ວຍຄວາມຫວັງຢາກສ້າງບັນຍາກາດອັນຟົດຟື້ນ, ຢັ້ງຢືນຄວາມພ້ອມໃນການຕ້ອນຮັບນັກທ່ອງທ່ຽວຂອງແຂວງ ກວ໋າງນິງ. ພາຍຫຼັງສິ້ນສຸດລາຍການນີ້, ຈະມີກວ່າ 70 ເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈະໄດ້ຈັດຂຶ້ນຢູ່ທ້ອງຖິ່ນຕ່າງໆ ນັບແຕ່ນີ້ຈົນຮອດທ້າຍປີ 2020, ໃນນັ້ນມີບັນດາງານບຸນວັດທະນະທຳພື້ນເມືອງ, ເຊິ່ງເຄີຍແມ່ນທ່າແຮງສະເພາະຂອງແຂວງກວ໋າງນິງ.

ຕອບກັບ

ຂ່າວ/ບົດ​ອື່ນ