ຕ້ອນຮັບໃບຮັບຮອງຂັບຊວານແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸທີ່ຕາງໜ້າຂອງມວນມະນຸດ

(VOVWORLD) -ຕອນຄ່ຳວັນທີ 03 ກຸມພາ, ຢູ່ນະຄອນວຽດຈີ່, ແຂວງຟຸທໍ້, ຄະນະກຳມະການປະຊາຊົນນະຄອນແຂວງ ຟຸທໍ້ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈັດພີທີຕ້ອນຮັບໃບຮັບຮອງຂອງ UNESCO ທີ່ຮັບຮອງຂັບຊວານ ແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸທີ່ຕາງໜ້າຂອງມວນມະນຸດ.

ຕ້ອນຮັບໃບຮັບຮອງຂັບຊວານແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸທີ່ຕາງໜ້າຂອງມວນມະນຸດ - ảnh 1 ຕ້ອນຮັບໃບຮັບຮອງຂັບຊວານແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸທີ່ຕາງໜ້າຂອງມວນມະນຸດ

(ພາບ: TTXVN)

ທີ່ພິທີ, ທ່ານ Michael Croft, ຫົວໜ້າຜູ້ຕາງໜ້າຫ້ອງການ UNESCO ປະຈຳຫວຽດນາມ ໄດ້ມອບໃບຮັບຮອງຂອງ UNESCO ທີ່ຮັບຮອງຂັບຊວານ ແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸທີ່ຕ່າງໜ້າຂອງມວນມະນຸດ.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ເນັ້ນໜັກວ່າ, ເລື່ອງ ຂັບຊວານ ໄດ້ຮັບຮອງແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸທີ່ຕາງໜ້າຂອງມວນມະນຸດ ແມ່ນການຮັບຮູ້ຂອງປະຊາຄົມສາກົນສຳລັບບັນດາຄວາມມານະພະຍາຍາມຂອງແຂວງຟຸທໍ້ ແລະ ປະຊາຄົມໃນການອະນຸລັກຮັກສາມໍລະດົກດັ່ງກ່າວ. ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໄດ້ອວຍພອນໃຫ້ບັນດາກອງຂັບຊວານ, ປະຊາຄົມເຂດຊຸມຊົນ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ໄດ້ປະກອບພູມປັນຍາ, ຮ່ວມແຮງຮ່ວມໃຈອະນຸລັກຮັກສາ, ເສີມຂະຫຍາຍມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະນີ້.

ຕອບກັບ

ຂ່າວ/ບົດ​ອື່ນ