ຕອນເຊົ້າວັນທີ 10 ສິງຫາ, ບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່

(VOVWORLD) -ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 841 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 395 ຄົນ, ມີ 13 ຄົນເສຍຊີວິດ.

ຕອນເຊົ້າວັນທີ 10 ສິງຫາ, ບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ - ảnh 1

 ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 841 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 395 ຄົນ

(ພາບປະກອບ: ncov.moh.gov.vn)

ຕອນເຊົ້າວັນທີ 10 ສິງຫາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະດກັດກັ້ນໂຄວິດ-19 ໃຫ້ຮູ້ວ່າ, ບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 841 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 395 ຄົນ, ມີ 13 ຄົນເສຍຊີວິດ.

        ໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ພວມປິ່ນປົວ, ຕິດຕາມອາການສຸຂະພາບຢູ່ບັນດາຮາກຖານສາທາລະນະສຸກນັ້ນ, ປະຈຸບັນໄດ້ມີຄົນເຈັບ 48 ຄົນມີຜົນວິໄຈເປັນລົບແຕ່ 1 ຫາ 2 ເທື່ອກັບໄວຮັດ SARS-CoV-2.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 09 ສິງຫາ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ສ.ເກົາຫຼີ ຈັດສົ່ງພົນເມືອງຫວຽດນາມ 313 ຄົນກັບເມືອປະເທດດ້ວຍຄວາມປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິ໊ດ, ບັນດາຜູ້ໂດຍສານທັງໝົດໄດ້ກວດອາການສຸຂະພາບ ແລະ ນຳສົ່ງໄປແຍກຕົວຢູ່ຮາກຖານແຍກຕົວທີ່ຖືກຕ້ອງຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ