ຕອນເຊົ້າວັນທີ 11 ກຸມພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 18 ກໍລະນີ

(VOVWORLD) - ນັບແຕ່ເວລາ 18 ໂມງຂອງວັນທີ 10 ກຸມພາ ຫາເວລາ 16 ໂມງ ຂອງວັນທີ 11 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຢູ່ພາຍໃນປະເທດ ຕື່ມອີກ 18 ກໍລະນີ.
ຕອນເຊົ້າວັນທີ 11 ກຸມພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 18 ກໍລະນີ - ảnh 1(ພາບປະກອບ: ກະຊວງສາທາລະນະສຸກ ຫວຽດນາມ)

ນັບແຕ່ເວລາ 18 ໂມງຂອງວັນທີ 10 ກຸມພາ ຫາເວລາ 16 ໂມງ ຂອງວັນທີ 11 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຢູ່ພາຍໃນປະເທດ ຕື່ມອີກ 18 ກໍລະນີ, ໃນນັ້ນ ຢູ່ແຂວງກວ໋າງນິງ 3 ກໍລະນີ, ຫ໋າຍເຢືອງ 15 ກໍລະນີ. ບັນດາກໍລະນີດັ່ງກ່າວ ລ້ວນແຕ່ໄດ້ແຍກຕົວລວມໝູ່ກ່ອນແລ້ວ ແລະ ແມ່ນຜູ້ທີ່ມີການສໍາຜັດໃກ້ກັບຜູ້ຕິດເຊື້ອໂຄວິດ - 19.

        ເປັນອັນວ່າ, ນັບແຕ່ເວລາ 6 ໂມງຂອງວັນທີ 11 ກຸມພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19  ລວມທັງໝົດ 2.109 ກໍລະນີ, ໃນນັ້ນ ມີຜູ້ຕິດເຊື້ອພາຍໃນປະເທດ 1.215 ກໍລະນີ ແລະ ກໍລະນີໄດ້ຮັບການປິ່ນປົວຫາຍດີແມ່ນ 1.480 ກໍລະນີ, 35 ກໍລະນີເສຍຊີວິດ.

        ກໍໃນຕອນເຊົ້າວັນທີ 11 ກຸມພາ, 27 ກໍລະນີຕິດເຊື້ອພະຍາດໂຄວິດ - 19 ທີ່ພວມປ່ິນປົວຢູ່ໂຮງໝໍກາງສະໜາມເລກ 2 ມະຫາວິທະຍາໄລເຕັກນິກ ສາທາລະນະສຸກ ແຂວງ ຫ໋າຍເຢືອງ ກໍຫາຍດີເປັນປົກກະຕິ ແລະ ໄດ້ກັບບ້ານຕ້ອນຮັບບຸນເຕັດພ້ອມກັບຄອບຄົວແລ້ວ. ສ່ວນຢູ່ເຂດ 6, ເທດສະບານ ຮົ່ງຮ່າ, ນະຄອນ ຮະລອງ ແຂວງ ກວ໋າງນິງ ກໍໄດ້ຍົກເລີກການປິດເມືອງຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ