ຕອນ​ເຊົ້າ​ວັນ​ທີ 17 ມັງ​ກອນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຮັບ​ເອົາ, ປັບ​ປຸງ ຮ່າງ​ກົດ​ໝາຍ ແລະ ມະ​ຕິ 4 ສະ​ບັບ

(VOVWORLD) -  ຕອນເຊົ້າວັນທີ 17 ມັງກອນ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດວາລະປະຊຸມ ເພື່ອປະກອບຄຳເຫັນ, ອະພິປາຍ, ຮັບເອົາ, ປັບປຸງ ຮ່າງກົດໝາຍ ແລະ ມະຕິ 4 ສະບັບ ເຊິ່ງສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃນກອງປະຊຸມວິສາມັນຄັ້ງທີ 5.
ຕອນ​ເຊົ້າ​ວັນ​ທີ 17 ມັງ​ກອນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຮັບ​ເອົາ, ປັບ​ປຸງ ຮ່າງ​ກົດ​ໝາຍ ແລະ ມະ​ຕິ 4 ສະ​ບັບ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເປັນປະທານກອງປະຊຸມ (ພາບ: quochoi.vn)

ຕາມລາຍການແລ້ວ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ປັບປຸງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ); ຮ່າງມະຕິວ່າດ້ວຍບາງກົນໄກ, ນະໂຍບາຍສະເພາະເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຍູ້ໄວຄວາມຄືບໜ້າປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ ແລະ ຮ່າງມະຕິວ່າດ້ວຍການປັບປຸງແຜນການລົງທຶນສາທາລະນະ ໄລຍະກາງ ງົບປະມານສູນກາງ ໄລຍະ 2021 – 2025 ຈາກແຫຼ່ງທຶນສະສົມລວມ ທຽບເທົ່າກັບການເພີ່ມລາຍຮັບ, ປະຢັດລາຍຈ່າຍງົບປະມານສູນກາງປີ 2022 ສຳລັບບັນດາໜ້າທີ່, ໂຄງການລົງທຶນສາທາລະນະ ແລະ ປັບປຸງແຜນການລົງທຶນສາທາລະນະໄລຍະກາງ ໃຫ້ແກ່ກຸ່ມບໍລິສັດໄຟຟ້າ ຫວຽດນາມ ຈາກແຫຼ່ງທຶນສະສົມຂອງແຜນການລົງທຶນສາທາລະນະໄລຍະກາງ.

ຕອບກັບ

ຂ່າວ/ບົດ​ອື່ນ