ຕອນ​ເຊົ້າ​ວັນ​ທີ 20 ກໍ​ລະ​ກົດ, ຫວຽດ​ນາມ​ໄດ້​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຕື່ມ​ອີກ 2.155 ຄົນ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 20 ກໍລະກົດ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 191,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4,1 ລ້ານຄົນ.
ຕອນ​ເຊົ້າ​ວັນ​ທີ 20 ກໍ​ລະ​ກົດ, ຫວຽດ​ນາມ​ໄດ້​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຕື່ມ​ອີກ 2.155 ຄົນ - ảnh 1ພາບປະກອບ: TTXVN

ນັບແຕ່ເວລາ 18 ໂມງຂອງວັນທີ 19 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 20 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 2.155 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດຂຶ້ນເຖິງ 60.180 ຄົນ.

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 20 ກໍລະກົດ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 191,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4,1 ລ້ານຄົນ. ອາເມລິກາ ແລະ ອິນເດຍ ແມ່ນສອງປະເທດຖືກຜົນສະທ້ອນຫຼາຍທີ່ສຸດ, ອາເມລິກາ ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 35 ລ້ານຄົນ ແລະ ອິນເດຍ ແມ່ນກ່ວາ 31 ລ້ານຄົນ. ບຣາຊິນ ຢືນຢູ່ອັນດັບທີ 3 ໃນໂລກດ້ວຍຈຳນວນຜູ້ຕິດເຊື້ອພະຍາດ ກ່ວາ 19,3 ລ້ານຄົນ ແລະ ຢືນນອັນດັບທີ 2 ກ່ຽວກັບຈຳນວນຜູ້ເສຍຊີວິດຍ້ອນເຊື້ອພະຍາດໂຄວິດ - 19 ໂດຍແມ່ນ 543.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ