ຕອນ​ເຊົ້າວັນ​ທີ 21 ພຶດສະພາ ​ເປັນ​ມື້​ທີ 3 ​ເຊິ່ງຫວຽດນາມ​ບໍ່​ກວດພົບ​ກໍລະນີ​ຕິດ​ເຊື້ອ​ໂຄ​ວິດ - 19 ​ໃໝ່ຕື່ມ​ອີກຈາກ​ຄົນ​ເຂົ້າ​ເມືອງ

(VOVWORLD) -ໄລ່ແຕ່ເວລາ 6 ໂມງ ຂອງວັນທີ 16 ເມສາ ຫາ ເວລາ 6 ໂມງຂອງວັນທີ 21 ພຶດສະພາ ແມ່ນ 35 ວັນ ເຊິ່ງຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໃນວົງຄະນະຍາດ.
ຕອນ​ເຊົ້າວັນ​ທີ 21 ພຶດສະພາ ​ເປັນ​ມື້​ທີ 3  ​ເຊິ່ງຫວຽດນາມ​ບໍ່​ກວດພົບ​ກໍລະນີ​ຕິດ​ເຊື້ອ​ໂຄ​ວິດ - 19 ​ໃໝ່ຕື່ມ​ອີກຈາກ​ຄົນ​ເຂົ້າ​ເມືອງ - ảnh 1 ຄວາມດີໃຈຂອງຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ເມື່ອຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍ (ພາບ: TTXVN)

        ຕາມບົດລາຍງານຂອງຄະນະຊີ້ນໍາແຫ່ງຊາດກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ໄລ່ແຕ່ເວລາ 6 ໂມງ ຂອງວັນທີ 16 ເມສາ ຫາ ເວລາ 6 ໂມງຂອງວັນທີ 21 ພຶດສະພາ ແມ່ນ 35 ວັນ ເຊິ່ງຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໃນວົງຄະນະຍາດ.

        ໄລ່ຮອດຕອນເຊົ້າວັນທີ 21 ພຶດສະພາ, ຫວຽດນາມ ໄດ້ກ້າວເຂົ້າສູ່ມື້ທີ 3 ທີ່ຢັ້ງຢືນວ່າບໍ່ມີກໍລະນີຕິດເຊື້ອພະຍາດຈາກຄົນເຂົ້າເມືອງ, ໂດຍນັບແຕ່ 4 ກໍລະນີຕິດເຊື້ອທີ່ກັບມາຈາກ ລັດເຊຍ ແລະ ອາເມລິກາ ທີ່ໄດ້ປະກາດຜົນເປັນລົບກັບເຊື້ອໄວຣັດ SARS – CoV – 2 ໃນຕອຍບ່າຍວັນທີ 18 ພຶດສະພາ./.


ຕອບກັບ

ຂ່າວ/ບົດ​ອື່ນ