ຕອບບຸນແທນຄຸນ ແມ່ນແຜນນະໂຍບາຍທີ່ສຳຄັນຂອງ ພັກ ແລະ ລັດຫວຽດນາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄືວັນທີ 27 ກໍລະກົດ ແລະ 60 ປີແຫ່ງວັນໄພພິບັດ ສີສົ້ມຫວຽດນາມ, ໃນຕອນບ່າຍວັນທີ 21 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກໄດ້ເຮັກວຽກກັບຜູ້ຕາງໜ້າສະມາຄົມຊ່ວຍໜູນຄອບຄົວ ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ສະມາຄົມຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ/ດີໂອຊິນຫວຽດນາມ
ຕອບບຸນແທນຄຸນ ແມ່ນແຜນນະໂຍບາຍທີ່ສຳຄັນຂອງ ພັກ ແລະ ລັດຫວຽດນາມ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກກ່າວຄຳເຫັນທີ່ການເຮັດວຽກ

    ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງ ເລື່ອງບັນດາສະມາຄົມໄດ້ຈັດຕັ້ງບັນດາການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງ, ປະກອບສ່ວນປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບການຊ່ວຍໜູນ ຕອບບຸນແທນຄຸນ ຕໍ່ບັນດາ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ມີຄຸນງາມຄວາມດີ ແລະ ຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ/ດີໂອຊິນ.

     ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັ້ກເຖິງການຕອບບຸນແທນຄຸນ, ການຮູ້ບຸນຄຸນຕໍ່ ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອພື້ນຖານເອກະລາດ ອິດສະຫຼະພາບຂອງປະເທດຊາດ, ນັ້ນແມ່ນສິນລະທຳກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳຂອງຊາດຫວຽດນາມ ແມ່ນແຜນນະໂຍບາຍທີ່ສຳຄັນຂອງພັກ ແລະ ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ