ຕອບບຸນແທນຄຸນ ແລະ ແບ່ງປັນກັບບັນດາ ຊາວໜຸ່ມຕະລຸມບອນ

ຕອບບຸນແທນຄຸນ ແລະ ແບ່ງປັນກັບບັນດາ ຊາວໜຸ່ມຕະລຸມບອນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
(ພາບ: chinhphu.vn)


(vovworld) –  ຕອນ​ຄໍ່າ​ວັນ​ທີ 15/07, ຢູ່​ຮ່າ​ໂນ້ຍ, ກະຊວງ​ຄົມມະ​ນາຄົມ ​- ຂົງສົ່ງ, ໜັງ​ສືພິມ ​ເຍີນຍີ​ນ ​(ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ) ​ແລະ ​ໂທລະພາບ​ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ​ລາຍການ “ຕອບ​ບຸນ​ແທນ​ຄຸນ ​ແລະ ​ແບ່ງປັນ” ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 64 ປີ​ແຫ່ງ​ວັນ​ຊາວ​ໜຸ່ມ​ຕະລຸມບອນ 15/07. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ຮັບ​ຮູ້​ການ​ປະກອບສ່ວນ ​ແລະ ການ​ເສຍ​ສະຫຼະ​ຊີວິດ​ຂອງ​ຊາວ​ໜຸ່ມ​ຕະລຸມບອນ​ອັນ​ໃຫຍ່​ຫຼວງກ່ວາ 500.000 ຄົນ ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ, ພ້ອມ​ທັງ​ຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ໄດ້ ​ແລະ ພວມ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ໃນ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​ສຳລັບ​ກຳລັງ​ນີ້. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ່ກ ສະ​ເໜີ​ວ່າ.

        “ຈາກ​ລາຍການ​ດັ່ງກ່າວ, ພວກ​ເຮົາ​ຕ້ອງ​ລະດົມ​ຂະ​ບວນການ​ຕອບ​ບຸນ​ແທນ​ຄຸນ​ຢ່າງ​ແຮງ ​ແລະ ​ເຮັດ​ເປັນ​ປະຈຳ, ​ເປັນຄວາມ​ຕ້ອງການ​ດ້ານ​ຄຸນສົມບັດ​ຂອງ​ທຸກ​ຄົນ. ມື້​ນີ້, ພວກ​ເຮົາ​ຕອບ​ບຸນ​ແທນ​ຄຸນລຸ່ນຄົນ​ໃນ​ອະດີດຕະການ ​ແມ່ນ​ເພື່ອ​ກະກຽ​ມ​ໃຫ້​ອະນາຄົດ​ຂອງ​ພວກ​ເຮົາ ​ແລະ ລູກ​ຫຼານ​ຂອງ​ພວກ​ເຮົາ​​ໃຫ້​ມີ​ຊີວິດ​ດີງາມ​ກວ່າ”.

        ທີ່​ລາຍການ​ຄັ້ງ​ນີ້, ກອງ​ທຶນ​ຕອບ​ບຸນ​ແທນ​ຄຸນ​ກຳ​ມະບານກະຊວງ​ຄົມມະ​ນາຄົມ ​- ຂົງສົ່ງຫວຽດນາມ ​ໄດ້​ມອບ​ປື້​ມ​ເງິນ​ຝາກປະຢັດຈຳນວນ 2.000 ຫົວ​ໃຫ້​ຄອບຄົວ​ອະດີດ​ຊາວ​ໜຸ່ມ​ຕະລຸມບອນທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ​ມອບເຮືອນ​ສາຍ​ຈິດ​ມິດ​ໃຈຈຳນວນ​ 200 ຫຼັງ ໃຫ້​ອະດີດ​ຊາວ​ໜຸ່ມ​ຕະລຸມບອນ.

ຂ່າວ/ບົດ​ອື່ນ