ຕອບ​ສະ​ໜອງວັນ ອາ​ຊຽນ ປ້ອງ​ກັນຕ້ານ​​ພະ​ຍາດໄຂ້ເລືອດອອກ ປ​ີ 2019

(VOVWORLD) - ທີ່ພິທີ, ຫົວໜ້າພະແນກສາທາລະນະສູກ, ການນຳຄະນະກຳມະການປະຊາຊົນບັນດາເມືອງ, ເທດສະບານ, ຕາແສງໄດ້ລົງນາມຄຳໝັ້ນສັນຍາກ່ຽວກັບວຽກງານປ້ອງກັນ ແລະ ຕ້ານພະຍາດໄຂ້ເລືອດອອກ.
ຕອບ​ສະ​ໜອງວັນ ອາ​ຊຽນ ປ້ອງ​ກັນຕ້ານ​​ພະ​ຍາດໄຂ້ເລືອດອອກ ປ​ີ 2019 - ảnh 1ຫົວໜ້າພະແນກສາທາລະນະສູກ, ການນຳຄະນະກຳມະການປະຊາຊົນບັນດາເມືອງ, ເທດສະບານ, ຕາແສງໄດ້ລົງນາມຄຳໝັ້ນສັນຍາກ່ຽວກັບວຽກງານປ້ອງກັນ ແລະ ຕ້ານພະຍາດໄຂ້ເລືອດອອກ (ພາບ: kinhtedothi.vn)

        ວັນທີ 14 ມິຖຸນາ, ຢູ່ ຫວຽດນາມ, ພະແນກສາທາລະນະສຸກນະຄອນຫຼວງ ຮ່າໂນ້ຍ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ແທັງຊັວນ ຈັດຕັ້ງພິທີຕອບສະໜອງວັນ ອາຊຽນ ຕ້ານ, ປ້ອງກັນພະຍາດໄຂ້ເລືອດອອກ ປີ 2019. ກ່າວຄຳເຫັນທີພິທີ, ທ່ານ ໂງວັນກຸ໊ຍ ຮອງປະທານຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍໄດ້ສະເໜີໃຫ້ບັນດາທ້ອງຖິ່ນຈັດຕັ້ງບັນດາບັ້ນທຳຄວາມສະອາດສິ່ງແວດລ້ອມ; ຮັກສາການເຄື່ອນໄຫວທຳຄວາມສະອາດສິ່ງແວດລ້ອມເປັນປະຈຳອາທິດ, ເປັນເຈົ້າການໃນການປ້ອງກັນ ແລະ ຕ້ານພະຍາດຕິດແປດຢູ່ບັນດາຕາແສງທີ່ເປັນຈຸດສຸມ…

        ທີ່ພິທີ, ຫົວໜ້າພະແນກສາທາລະນະສູກ, ການນຳຄະນະກຳມະການປະຊາຊົນບັນດາເມືອງ, ເທດສະບານ, ຕາແສງໄດ້ລົງນາມຄຳໝັ້ນສັນຍາກ່ຽວກັບວຽກງານປ້ອງກັນ ແລະ ຕ້ານພະຍາດໄຂ້ເລືອດອອກ.

ຕອບກັບ

ຂ່າວ/ບົດ​ອື່ນ