ຕະຫລາດການເງິນຫວຽດນາມມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ

ຕະຫລາດການເງິນຫວຽດນາມມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ - ảnh 1
(ພາບປະກອບ)

(vovworld) – ຕະຫລາດ​ການ​ເງິນ​ ຫວຽດນາມ ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຢ່າງໃຫຍ່ຫຼວງ, ນັ້ນ​ແມ່ນ​ຄວາມ​ເຫັນ​ຂອງ​ບັນດາ​ນັກ​ຊ່ຽວຊານ​ສາກົນ ທີ່​ເຂົ້າ​ຮ່ວມ​ກອ​ງປະຊຸ​ມສຳ​ມະ​ນາ​ກ່ຽວ​ກັບການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ ໂດຍວາລະສານ Asia Risk ຈັດ​ຕັ້ງ​ໃນ​ວັນ​ທີ 9/9 ຢູ່ ສິງກະ​ໂປ. ບັນດາ​ນັກ​ຊ່ຽວຊານ​ຖື​ວ່າ: ພື້ນຖານ​ເສດຖະກິດ ຫວຽດນາມ​ ພວມກ້າວ​ໄປ​ເຖິງ​ການ​ພັດທະນາ​ນັບ​ມື້​ນັບ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງນີ້, ທະນາຄານ​ການ​ຄ້າ​ຫຸ້ນສ່ວນ​ລົງທຶນ ​ແລະ ພັດທະນາ ຫວຽດນາມ (BIDV) ​ແມ່ນ​ທະນາຄານ​ໄດ້​ຮັບ​ລາງວັນ “ທະນາຄານ ຫວຽດນາມ ດີ​ເດັ່ນ​ຂອງ​ປີ”ຈາກວາລະສານ Asia Risk.

ຂ່າວ/ບົດ​ອື່ນ