ຕະຫລາດໜ້ານ້ຳກ໋າຍຣັງໄດ້ຮັບຮອງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງແຫ່ງຊາດ

ຕະຫລາດໜ້ານ້ຳກ໋າຍຣັງໄດ້ຮັບຮອງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງແຫ່ງຊາດ - ảnh 1
(ຕະຫລາດ​ໜ້າ​ນ້ຳ ກ໋າຍຣັງ)

(vovworld) - ວັດທະນະທຳ​ຕະຫລາດ​ໜ້າ​ນ້ຳ ກ໋າຍຣັງ, ນະຄອນ ​ເກີ່​ນ​ເທີ ຫາ​ກໍ່​ໄດ້ຮັບ​ການ​ປະກາດ​ຈາກ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ​ວ່າ ​ແມ່ນ 1 ​ໃນ​ຈຳນວນ 7 ບັນຊີ​ລາຍ​ຊື່​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​​ລະດັບ​ຊາດ​ປີ 2016. ຕະຫລາດ​ໜ້າ​ນ້ຳ ກ໋າຍຣັງ ຫ່າງ​ໄກ​ຈາກ​​ໃຈ​ກາງນະຄອນ ​ເກີ່​ນ​ເທີ ປະມານ 6 ກມ. ​ໂດຍ​ຜ່າ​ນ​ເວລາ 2, 3 ຮ້ອຍ​ປີທີ່​ໄດ້​ຮັບ​ການສ້າງ​ຕັ້ງ ​ແລະ ພັດທະນາ​ຈົນໄດ້​ກາ​ຍ​ເປັນ​ວັດທະນະທຳ​​ແລກປ່ຽນ​​ຄ້າຂາຍ​ຢູ່​ເຂດ​ແມ່ນ້ຳ ຕະຫລາດ​ໜ້າ​ນ້ຳ ກ໋າຍຣັງ ທີ່​ເປັນ​ເອກະລັກ​ສະ​ເພາະ ​ດ້ວຍ​ຮູບການ​ຊື້ - ຂາຍຜະລິດ​ຕະພັນ​ກະ​ເສດ, ສິນຄ້າ​​ເຖິງ​ໜ້າ​ແມ່​ນ້ຳ​ແບບ​ທຳ​ມະ​ຊາດ. ນີ້​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​​ອັນໄດ້ດຶງ​ດູດ​ແຂ​ກທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ​ເມື່ອ​ມາ​ຢ້ຽ​ມ​ຊົມ, ຊື້​ເຄື່ອງ​ຂອງ​ຢູ່ ​ເກີ່​ນ​ເທີ.

        ປະຈຸ​ບັນ, ຄະນະ​ກຳມະການ​ປະຊາຊົນ​ເມືອງ ກ໋າຍຣັງ ນະຄອນ ​ເກີ່​ນ​ເທີ ພວມ​ສ້າງ​ແຜນ​ຮ່າງອະນຸລັກ​ຮັກ​ສາ ​ແລະ ພັດທະນາ​ຕະຫລາດ​ໜ້າ​ນ້ຳ ກ໋າຍຣັງ, ທ່ານ ​ໂງ​ແອ​ງຕີ໋ນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ກ໋າຍຣັງ ​ໃຫ້​ຮູ້​ວ່າ:

        “​ແຜນ​ຮ່າງວາງ​ແຜນຜັງຕະຫລາດ​ໜ້າ​ນ້ຳ ກ໋າຍຣັງ ພວກ​ຂ້າພະ​ເຈົ້າ​ປະຕິບັດ​ຕາມ​ທິດ​ປົກ​ປັກ​ຮັກສາ​ໃຫ​້ຢູ່ສະພາບ​ເດີມ ​ເພື່ອຮັບ​ປະກັນ​ບໍ່​ໃຫ້ຕະຫລາດ​ໜ້າ​ນ້ຳ​ເກີດ​ສະພາບ​ສັບສົນ​ ກໍ່​ຄື​ບັນ​ດາ​ວິທີ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ເປັນ​ມູນ​ເຊື້ອ ຊຶ່ງມີ​ມາ​ແຕ່ 100 ປີ. ພວກ​ຂ້າພະ​ເຈົ້າ​ພຽງ​ແຕ່ຊັບຊ້ອນ​ຄືນ​ໃໝ່ ​ເພື່ອ​ຮັບປະກັນ​ວຽກ​ງານ​ກ່ຽວ​ກັບອະນາ​ໄມ​ສິ່ງ​​ແວດ​ລ້ອມ, ຮັບປະກັນ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ໃນ​ການ​ຄົມມະ​ນາ​ຄົມ​ທາງ​ນ້ຳ​ ໃຫ້ປະຊາຊົນ​ ​ເມື່ອ​ມີ​ການ​ສັນຈອນ​ໄປມາບົນ​ຕະຫລາດ​ໜ້າ​ນ້ຳ ກ໋າຍຣັງ”.


ຂ່າວ/ບົດ​ອື່ນ