ຕະຫຼາດດອກໄມ້ບຸນເຕັດຢູ່ແຂວງລາວກາຍຄຶກຄື້ນມ່ວນຊື່ນ

ຕະຫຼາດດອກໄມ້ບຸນເຕັດຢູ່ແຂວງລາວກາຍຄຶກຄື້ນມ່ວນຊື່ນ - ảnh 1
ໃນບັນຍາກາດໃກ້ຈະຮອດບຸນເຕັດ ປີມະເມຍ 2014 ຂອງປະຊາຊົນຢູ່ນະຄອນເຂດຊາຍແດນ ລາວກາຍ
(ພາບ: baomoi.com)


(vovworld) – ໃນບັນຍາກາດໃກ້ຈະຮອດບຸນເຕັດ ປີມະເມຍ 2014, ປະຊາຊົນຢູ່ນະຄອນເຂດຊາຍແດນ ລາວກາຍ ພວມມີຄວາມເບີກບານມ່ວນຊື່ນກະກຽມຕ້ອນຮັບບຸນເຕັດ. ​ເມື່ອ​ຍ່າງ​ທ່ຽວ​​ເລາະຊົມ​ຕະຫຼາດ​ທີ່​ຍາວ​ກ່ວາ 1 ກມ ​ຢູ່​​​ໃຈກາງ​ນະຄອນ, ດ້ວຍ​ຮ້ານ​ໃຫຍ່, ນ້ອຍ​ນັບ​ຮ້ອຍ​ຮ້ານ ​ແລະ ດອກ​ໄມ້, ຕົ້ນ​ໄມ້​ປະດັບ​ຈາກ​ທຸກ​ແທບ​ຖີ່​ນ​ໄດ​້ນຳ​ມາ​ວາງ​ຂາຍ​ຢູ່​ແຫ່ງ​ນີ້, ຜູ້​ຄົນ​ທັງຫຼາຍອາດ​ເຫັນ​ໄດ້​ບັນຍາກາດ​ຕ້ອນຮັບ​ບຸນ​ເຕັດທີ່​ຟົດ​ຟື້ນ​ມ່ວນ​ຊື່ນຢູ່​ເຂດ​ພູດ​ອຍ​ແຫ່ງ​ນີ້. ທ່ານ ​ຟ້າ​ມກີ່, ຊາວ ລາວ​ກາຍ​ຄົນ​ໜຶ່ງ ​ໃຫ້ຮູ້​ວ່າ:

        “ປີ​ນີ້, ບັນ​ຍາ​ກາດ​ຕ້ອນຮັບ​ບຸນ​ເຕັດ​ຂອງພໍ່​ແມ່​ພີ່​ນ້ອງ​ຟົດ​ຟື້ນ​ຫຼາຍ, ຈາກ​ເຂດ​ພູ​ສູງ​ຕະຫຼອດ​ຮ​ອດ​ນະຄອນ​ກໍ່​​ເບີກ​ບານ​ມ່ວນ​ຊື່ນ​. ຕະຫຼາດ​ດອກ​ໄມ້​ຢູ່ ລາວກາຍ ​ໄດ້​​ເຄື່ອນ​ໄຫວ​ມາເປັນ​ເວລາ​ຫຼາຍ​ປີ​ແລ້ວ ​ແຕ່​ປີ​ນີ້​ຕະຫຼາດ​ດອກ​ໄມ້​ຍິ່ງ​ຟົດ​ຟື້ນ​ມ່ວນ​ຊື່ນ​ກ່ວາ, ບັນດາ​ແຂວງ​ໃນ​ທົ່ວ​ປະ​ເທດ​ກໍ່​ໄດ້​ສົ່ງ​ສິນຄ້າ​ເຖິງ​ແຫ່ງ​ນີ້ ​ແລະ ຮູ້ສຶກ​ກຳລັງ​ຊື້​ຂອງ​ພໍ່​ແມ່​ພີ່ນ້ອງ​ແມ່ນ​ດີ​ພໍ​ສົ​ມຄວນ.”

       


ຂ່າວ/ບົດ​ອື່ນ