ຕະຫຼາດນະຄອນEmmenແລະນະຄອນHoogeveen(ໂຮນລັງ) ຊອກຮູ້ການລົງທືນຢູ່ແຂວງບີ່ງເຢືອງ

ຕະຫຼາດນະຄອນEmmenແລະນະຄອນHoogeveen(ໂຮນລັງ) ຊອກຮູ້ການລົງທືນຢູ່ແຂວງບີ່ງເຢືອງ - ảnh 1
ການ​ນຳ​ແຂວງ ບີ່ງ​ເຢືອງ ພ້ອມ​ກັບ
ທ່ານ Cees Bijl ແລະ ທ່ານ Karel Loohuis
(ພາບ: vietnam+)

(vovworld)- ໃນ​ວັນ​ທີ 9 ມີ​ນາ, ທ່ານ Cees Bijl, ເຈົ້າ​ຄອງນະ​ຄອນ Emmen ແລະ ທ່ານ Karel Loohuis ເຈົ້າ​ຄອງນະ​ຄອນ Hoogeveen ພ້ອມ​ຄະ​ນະ​ປະ​ຕິ​ບັດ​ງານ ລວມ​ມີ​ບັນ​ດາ ​ເຈົ້າ​ໜ້າທີ່ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ​ຂອງສອງ​ທ້ອງ​ຖີ່ນ ໄດ້​​ມີ​ການ​ເຮັດວຽກ ​ກັບ​ການ​ນຳ​ແຂວງ​ບີ່ງ​ເຢືອງ ເພື່ອ​ຊອກ​ຮູ້ການ​ຮ່ວມ​ມື​ລົງ​ທຶນ. ທ່ານ ເຈີ່ນ​ແທ່ງ​ລຽມ, ປະ​ທານ​ຄະ​ນະ​​ກຳ​​ມະ​ການ​ປະ​ຊາ​ຊົນ​ແຂວງ, ໃຫ້​ຮູ້​ວ່າ​: ປັດ​ຈຸ​ບັນ  ໂຮນ​ລັງ ມີກ່​ວາ 40 ໂຄງ​ການ​ລົງ​ທຶນ ຢູ່ ແຂວງ​ບີ່ງ​ເຢືອງ ດ້ວຍມູນ​ຄ່າຫຼາຍ​ກ່​ວາ 700 ລ້ານ​ໂດ​ລາ​ສະ​ຫາ​ລັດ. ການ​ນຳ​ແຂວງ​ຢາມ​ໃດກໍ​ເອົາໃຈ​ໃສ່​ສ້າ​ງ​ເງື່ອນ​ໄຂ​ສະ​ດວກ ​ເພື່ອໃຫ້​ບັນ​ດາ​ນັກ​ລົງ​ທຶນ​ເຄື່ອນ​ໄຫວ ນັບ​ແຕ່ເວ​ລາ​ດຳ​ເນີນກໍ່​ສ້າງ​ ​ຕະຫຼອດ​ຮອດ​ວິ​ວັດ​ການ​ພັດ​ທະ​ນາການ​ຜະ​ລິດດຳ​ເນີນ. ບັນ​ດາ​ວິ​ສ​າ​ຫະ​ກິດ​ໃນ​ບໍ​ລິ​ເວນ​ແຂວງ​ໄດ້​ເຄື່ອນ​ໄຫວ​ມີ​ປະ​ສິດ​ທິ​ຜົນ​ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

        ​ໂດຍຕາງ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານໂຮນ​ລັງ, ທ່ານ Karel Loohuis,​ ​ເຈົ້າ​ຄອງນະ​ຄອນ Hoogeveen ໃຫ້​ຮູ້​ວ່າ: ໃນ​ການ​ມາ​ຢ້ຽມ​ຢາມ ​ແຂວງ​ບີ່ງ​ເຢືອງ​ ໃນ​ຄັ້ງ​ນີ້, ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ນະ​ຄອນ ທີ​່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຄະ​ນະ ​ລວມ​ມີ​ວິ​ສາ​ຫະ​ກິດ​​ໃຫຍ່ ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຄ້າ​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ເສດ… ສອງ​ຝ່າຍ​ເຊື່ອ​ໝັນ​ວ່າ​ໃນ​ໄລ​ຍະທີ່​ຈະ​ມາ​ເຖິງ, ການ​ຮ່ວມ​ມື​ລົງ​ທຶນ ລະ​ຫ​ວ່າງ ສ​ອງ​ທ້ອງ​ຖີ່ນ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ​ຂອງສອງຝ່າຍ​ຈະ​ພ​ັດ​ທະ​ນາ​ໄວ​ກ່​ວາ​ເກົ່າ​ອີກ, ​ຍິ່ງ  ​ກ່​ວານັ້ນ ​ແມ່ນ​ໃນ​ບັນ​ດາ​ຂົງເຂດ​ທີ່​ບັນ​ດາ​ທ້ອງ​ຖີ່ນ​ມີ​ທ່າ​ແຮງ. ການ​ນຳ​ບັນ​ດາ​ທ້ອງ​ຖີ່ນ ​ກໍ່​ຍັງໃຫ້​ຄຳ​ໝັນ​ສັນ​ຍາ​ວ່າ​ຈະ​ຊ່ວຍ​ໜູນ​ ວິ​ສາ​ຫະ​ກິດ​ສອງ​ຝ່າຍ​ຮ່ວມ​ມື​ໃນ​ອະ​ນາ​ຄົດ.

 

ຕອບກັບ

ຂ່າວ/ບົດ​ອື່ນ