ຕະຫຼາດຫຼັກຊັບອາຊີ ຕົກຢ່າງເສລີ

(VOVWORLD) - ດັດຊະນີ MSCI ອາຊີ - ປາຊີຟິກ ພວມຕົກລາຄາຢ່າງແຮງ, ດ້ວຍລະດັບຫລຸດລົງແມ່ນ 2,2%. Nikkei 225 (ຍີ່ປຸ່ນ) ປະຈຸບັນຫລຸດລົງ 3,5%, Topix ສູນເສຍ 2,9%.

ວັນທີ 25 ຕຸລາ, ໂດຍສືບຕໍ່ທ່າຫລຸດລົງຢູ່ Wall Street (ປະເທດ ອາເມລິກາ), ຕະຫຼາດຫຼັກຊັບຢູ່ບັນດາຕະຫຼາດ ອາຊີ ເລີ່ມຕົກຢ່າງເສລີໃນສະພາບທີ່ຄວາມວິຕົກວັງວົນກ່ຽວກັບບັນດາຜົນສະທ້ອນຂອງສະພາບພູມສາດດ້ານເມືອງພວມປົກຄຸມບັນດາບ່ອນຊື້ຂາຍໃນພາກພື້ນພ້ອມກັບບັນດາຂໍ້ມູນຂ່າວທີ່ມືດມົວກ່ຽວກັບເສດຖະກິດ ອາເມລິກາ.

        ດັດຊະນີ MSCI ອາຊີ - ປາຊີຟິກ ພວມຕົກລາຄາຢ່າງແຮງ, ດ້ວຍລະດັບຫລຸດລົງແມ່ນ 2,2%. Nikkei 225 (ຍີ່ປຸ່ນ) ປະຈຸບັນຫລຸດລົງ 3,5%, Topix ສູນເສຍ 2,9%. ຢູ່ ສ ເກົາຫຼີ, Kospi ໄດ້ເສຍ 3% ພາຍຫຼັງຕົກເລກໄດ້ສະແດງໃຫ້ເຫັນພື້ນຖານເສດຖະກິດນີ້ມີການເຕີບໂຕຊັກຊ້າກ່ວາການຄາດຄະເນໃນໄຕມາດທີ III. ຕະຫຼາດ ຈີນ ຫາກໍ່ເປີດປະຕູກໍ່ຕົກເຂົ້າສູ່ທ່າອ່ຽງລວມ. Shanghai Composite ສູນເສຍ 2,15%. ຢູ່ຫຼາຍປະເທດອື່ນໃນພາກພື້ນ, ຈາກ ນີວຊີແລນ, ອົດສະຕາລີ ຕະຫຼອດຮອດ ສິງກະໂປ, ມາເລເຊຍ, ຕະຫຼາດຫຼັກຊັບກໍ່ພວມຫລຸດລົງ. ສາຍເຫດອັນໃຫຍ່ຫຼວງທີ່ສຸດໃຫ້ແກ່ການຫລຸດລົງຂອງຕະຫຼາດຫຼັກຊັບອາຊີ ໄດ້ຮັບຖືວ່າແມ່ນເລີ່ມມາຈາກບັ້ນຮົບດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ, ເຊິ່ງເປັນ 2 ພື້ນຖານເສດຖະກິດໃຫຍ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ