ຕະຫຼາດຫວຽດນາມ ແຫ່ງທໍາອິດຢູ່ ມາເລເຊຍ ຈະເປີດຕົວໃນເດືອນມີນາ ປີ 2020

(VOVWORLD) -   ຕະຫຼາດຫວຽດນາມ (Vietnam Market) ແຫ່ງທໍາອິດຢູ່ ມາເລເຊຍ ມີຮ້ານຂາຍເຄື່ອງກວ່າ 200 ຮ້ານ ຈະເປີດຕົວໃນເດືອນ ມີນາ 2020. 
ຕະຫຼາດຫວຽດນາມ ແຫ່ງທໍາອິດຢູ່ ມາເລເຊຍ ຈະເປີດຕົວໃນເດືອນມີນາ ປີ 2020 - ảnh 1 ທ່ານ ຫງວຽນຕ໊ວນ, ຮອງຜູ້ອໍານວຍການ  ITPC ກ່າວຄໍາເຫັນທີ່ພິທີ (ພາບ: TTXVN)

 ນີ້ແມ່ນຂໍ້ມູນຂ່າວ ທີ່ໄດ້ຍົກອອກມາໃນພິທີປະກາດໂຄງການຕະຫຼາດຫວຽດນາມ ແຫ່ງທໍາອິດ ຢູ່ ກົວລາ ລໍາເປີ ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນໂຮ່ຈີມິນໃນຕອນບ່າຍວັນທີ 9 ພະຈິກ.

        ທ່ານ Tansri Matshah Safuan, ປະທານກຸ່ມບໍລິສັດ Safuan Group  ໃຫ້ຮູ້ວ່າ, ຕະຫຼາດຫວຽດນາມ ຢູ່ ກົວລາ ລໍາເປີ ແມ່ນສູນການຄ້າທີ່ມີີຂອບຂະໜາດໃຫຍ່ແຫ່ງທໍາອິດໃນການຮ່ວມມືລະຫວ່າງ ຫວຽດນາມ - ມາເລເຊຍ, ໂດຍຖືກສ້າງຕັ້ງຂຶ້ນບົນພື້ນຖານຂອງຄວາມຕ້ອງນໍາໃຊ້ສິນຄ້າ ແລະ ບໍລິການຂອງຫວຽດນາມ ຢູ່ ມາເລເຊຍ. ນີ້ກໍແມ່ນຂົວຕໍ່ອັນສໍາຄັນ ເພື່ອຍູ້ແຮງການສົ່ງອອກສິນຄ້າຫວຽດນາມ ໄປຍັງ ສິງກະໂປ,ໄທ ແລະ ບັນດາຕະຫຼາດອື່ນໆຂອງ ອາຊຽນ.

        ຕະຫຼາດຫວຽດນາມ ນອນໃນຕຶກອາຄານ Safuan Plaza, ຕັ້ງຢູ່ເຂດໃຈກາງຂອງ

ກົວລາ ລໍາເປີ, ຕິດກັບບັນດາສູນການຄ້າມີຂອບຂະໜາດໃຫຍ່ ແລະ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ. ນີ້ແມ່ນບ່ອນສະຫງວນໃຫ້ແກ່ບັນດາວິສາຫະກິດສົ່ງອອກຜະລິດຕະພັນກະເສດ, ສິນໃນນໍ້າ, ເຄື່ອງສິລະປະຫັດຖະກໍາ, ເຄື່ອງຈັກ, ເຕັກໂນໂລຢີ, ການບໍລິການ.... ຂອງຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ