ຕະຫຼາດອາຊຽນ - ກາລະໂອກາດທີ່ເປີດກວ້າງໃຫ້ໂຮນລັງ ແລະ ອີຢູ

(VOVWORLD) -ວັນທີ 14 ກັນຍາ, ຢູ່ລາໄຮ, ປະເທດໂຮນລັງ, ໄດ້ດຳເນີນເວທີປາໄສວິສາຫະກິດອາຊຽນ ຄັ້ງທີ 1
ຕະຫຼາດອາຊຽນ - ກາລະໂອກາດທີ່ເປີດກວ້າງໃຫ້ໂຮນລັງ ແລະ ອີຢູ - ảnh 1 (ເວທີປາໄສວິສາຫະກິດອາຊຽນ ຄັ້ງທີ 1)

ດ້ວຍການມີໜ້າຂອງທ່ານ Maarten Camps, ຜູ້ຊ່ວຍວຽກລັດຖະມົນຕີກະຊວງເສດຖະກິດໂຮນລັງ ແລະ ທ່ານ Hans de Boer, ປະທານສະຫະພັນອຸດສາຫະກຳ ແລະ ຜູ້ນຳໃຊ້ແຮງງານໂຮນລັງ, ພ້ອມກັບ 100 ວິສາຫະກິດ, ນັກລົງທຶນ, ນັກຮຽນຮູ້ໂຮນລັງ. ກ່ຽວກັບຝ່າຍອາຊຽນ, ມີບັນດາເອກອັກຄະລັດຖະທູດ, ພະນັກງານສະຖານທູດຂອງ 5 ປະເທດອາຊຽນ ປະຈຳໂຮນລັງ, ຜູ້ຕາງໜ້າບັນດາສະຖານທູດອາຊຽນ ປະຈຳແບນຊິກ ທັງຮັບຜິດຊອບທີ່ປະຈຳໂຮນລັງ ເຂົ້າຮ່ວມ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານຄະນະກຳມະການອາຊຽນ ປະຈຳລາໄຮ, ເອກອັກຄະລັດຖະທູດມາເລເຊຍ ປະຈຳໂຮນລັງ Dato’ Ahmad Nazri Yusof ເນັ້ນໜັກວ່າ,  ເວທີປາໄສຄັ້ງນີ້ແມ່ນໄດ້ສ້າງກາລະໂອກາດໃຫ້ບັນດາວິສາຫະກິດໂຮນລັງ ມີຄວາມເຂົ້າໃຈກວ່າກ່ຽວກັບພາກພື້ນອາຊຽນ ແລະ ສ້າງຕັ້ງການພົວພັນດຳເນີນທຸລະກິດໃໝ່ກັບບັນດາປະເທດສະມາຊິກຕື່ມອີກ.

        ທີ່ເວທີປາໄສ, ນັກປາຖະກະຖາຂອງອິນໂດເນເຊຍ, ມາເລເຊຍ, ຟິລິບປີນ, ໄທ ແລະ ຫວຽດນາມ ໄດ້ສະໜອງຂໍ້ມູນສັງລວມ ແລະ ລະອຽດກ່ຽວກັບປະຊາຄົມອາຊຽນ ແລະ ແນະນຳບັນດາພື້ນຖານເສດຖະກິດຂອງແຕ່ລະປະເທດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ