ຕາຕະລາງພາສີນຳເຂົ້າເມື່ອປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຫວຽດນາມ-ຍີ່ປຸ່ນ

ຕາຕະລາງພາສີນຳເຂົ້າເມື່ອປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຫວຽດນາມ-ຍີ່ປຸ່ນ - ảnh 1
(ຕາຕະລາງພາສີນຳເຂົ້າເມື່ອປະຕິບັດ
ສັນຍາຄູ່ຮ່ວມມືເສດຖະກິດຫວຽດນາມ-ຍີ່ປຸ່ນ)


(vovworld) - ຕາຕະລາງ​ພາສີ​ນຳ​ເຂົ້າພິ​ເສດ​ໃຫ້​ວິ​ສາ​ຫະກິດ​ເມື່ອ​ປະຕິບັດ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຫວຽດນາມ-ຍີ່ປຸ່ນ, ​ແມ່ນ​ຫົວ​ຂໍ້​ຂອງ​ການ​ເຈລະຈາ ​ໂດຍ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ​ຫວຽດນາມ​ ຈັດ​ຕັ້ງ​ຢູ່​ຮ່າ​ໂນ້ຍ, ​ໃນ​ວັນ​ທີ 21/7. ຕາມ​ສັນຍາ​ດັ່ງກ່າວ​ແລ້ວ, ບັນດາ​ຜະລິດ​ຕະພັນ​ຂອງ​ຫວຽດນາມ​ ທີ່​ໄດ້​ຊົມ​ໃຊ້​ອັດຕາ​ພາສີ​ພິ​ເສດ​ຫຼາຍ​ສຸດ​ຂອງ​ຍີ່ປຸ່ນ ​ແມ່ນ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນຳ້ ​ແລະ ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ. ​ໂດຍ​ລະອຽດ​ແມ່ນ​ພາສີ​ສະ​ເລ່ຍສຳລັບ​ສິນຄ້າ​ນຳ​ເຂົ້າ​ຈາກ​ຍີ່ປຸ່ນ​ຈະ​ຫຼຸດ​ລົງ​ຈາກ 6,1% ​ໃນ​ປີ 2015 ລົງ​ເຫຼືອ​ພຽງ 3,7% ​ໃນ​ປີ 2018. ທ່ານ ​ເຈິ່ນດິ່ງ​ທຽນ, ຫົວໜ້າ​ສະ​ຖາ​ບັນ​ເສດຖະກິດ​ຫວຽດນາມ, ຖື​ວ່າ:

        “ວິ​ສາ​ຫະກິດ​ຕ້ອງ​ປ່ຽນ​ແປງ​ວິ​ໄສ​ທັດ ​ແລະ ຈີນ​ຕະນາ​ການ​ໂດຍ​ພື້ນຖານ, ນັ້ນ​ແມ່ນ​ພວກ​ເຮົາ​ພວມ​ເຊື່ອມ​ໂຍງ​ເຂົ້າ​ໂລກ, ​ເຊິ່ງ​ໃນ​ນັ້ນ​ຮຽກຮ້ອງ​ຕ້ອງ​ມີ​ຄຸນ​ນະພາ​ບສູງ​ສຸດ. ຍ້ອນ​ເຫດ​ນັ້ນ, ວິ​ສາ​ຫະກິດ​ຄວນ​ກຳນົດ​ທິດ​​ເຕັກ​ໂນ​ໂລ​ຢີ ​ເພື່ອ​ກຳນົດ​ທິດ​ບັນດາ​ຜະລິດ​ຕະພັນ​ພິ​ເສດ​ຂອງ​ຕົນ ​ແລະ ມຸງ​ໄປ​ສູ່​ຜະລິດ​ຕະພັນ​ທີ່​ນຳ​ໃຊ້ເຕັກ​ໂນ​ໂລ​ຢີສູງ“.

        ທີ່​ການ​ເຈລະຈາ​ບັນດາ​ຜູ້​ແທນ​ກໍ່​ຖື​ວ່າ, ​ເພື່ອ​ນຳ​ໃຊ້​ກາລະ​ໂອກາດ​ຈາກ​ສັນ​ຍາ​ນີ້, ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຕ້ອງ​ມີ​ຍຸດ​ທະ​ສາດ​ສຳຜັດ​ຕະຫຼາດ​ໃນ​ໄລຍະ​ຍາວ, ​ເພີ່ມ​ທະວີ​ການ​ຮັບ​ເອົາ​ຂໍ້​ມູນ​ກ່ຽວ​ກັບ​ວິ​ສາ​ຫະກິດ​ຍີ່ປຸ່ນ, ພ້ອມ​ທັງ​ຊຸກຍູ້​ວຽກ​ງານ​ສຳ​ຫຼວດຕະຫຼາດ, ຊອກ​ຮູ້​ຄວາມ​ຕ້ອງການ, ປະ​ເພນີ, ວັດທະນະທຳ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ຊາວ​ຈີນ.

 

ຂ່າວ/ບົດ​ອື່ນ