ຕ້ານການປ່ຽນແປງຂອງດິນຟ້າອາກາດ:ຄຳໝັ້ນສັນຍາຕ້ອງໄປຄຽງຄູ່ກັບການກະທຳ

(VOVWORLD) -ທີ່ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດຂອງ ສະຫະປະຊາຊາດ(ສປຊ) ທີ່ໄດ້ໄຂຂຶ້ນໃນວັນທີ  23 ກັນຍາ ຢູ່ ນິວຢອກ, ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີຄວາມມານະພະຍາຍາມຫລຸດຜ່ອນ 45% ປະລິມານ ອາຍພິດເຮືອນແກ້ວໃນທົດສະວັດຈະມາເຖິງ ແລະ ບັນລຸເປົ້າໝາຍປອດອາຍພິດເຮືອນແກ້ວໃນປີ 2050.

ທ່ານກໍ່ໄດ້ເນັ້ນຫນັກຢ່າງແຮງວ່າ ສິ່ງທີ່ຄວນເຮັດໃນຈຸດເວລານີ້ ບໍ່ພຽງແຕ່ຫລຸດຜ່ອນການປ່ອຍອາຍ carbon ເທົ່ານັ້ນ ຫາກຕ້ອງຊອກຫາວິທີການຫັນປ່ຽນທັງໝົດພື້ນຖານເສດຖະກິດໃຫ້ສອດຄ່ອງກັບບັນດາເປົ້າໝາຍພັດທະນາແບບຍືນຍົງ. ພ້ອມກັບຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ສປຊ, ມີບົດກ່າວປາໄສ, ຄຳໝັ້ນສັນຍາຫລາຍບົດ ກໍ່ຄືຂໍ້ລິເລີ່ມ ໂດຍບັນດາຜູ້ຕາງຫນ້າບັນດາປະເທດກໍ່ໄດ້ຍົກອອກມາ.

ທ່ານເລຂາທິການໃຫຍ່ ສປຊ ເຄີຍຍອມຮັບວ່າ ໂລກ ພວມປະລາໄຊ ໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ. ແລະ ຖ້າຫາກບັນດາປະເທດບໍ່ຕັດສິນໃຈ ແລະ ບໍ່ຮີບເຮັ່ງເຂົ້າຮ່ວມການຕໍ່ສູ້ນັບແຕ່ບັດນີ້ ການປ່ຽນແປງຂອງດິນຟ້າອາກາດຈະກາຍເປັນ “ໄພອັນຕະລາຍ” ສຳລັບການດຳລົງຊີວິດຂອງມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ