ຕ້ານການສໍ້ຫຼາດບັງຫຼວງແມ່ນວິວັດການທີ່ຍາວນານ,ຄວນມີການຕັດສິນໃຈສູງ

ຕ້ານການສໍ້ຫຼາດບັງຫຼວງແມ່ນວິວັດການທີ່ຍາວນານ,ຄວນມີການຕັດສິນໃຈສູງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
(ພາບ: TTXVN)

(vovworld) - ​​ເມື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສະຫຼຸບ 10 ປີ ​ແຫ່ງ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ​ຕ້ານ​ການ​ສໍ້​ຫຼາດ​ບັງ​ຫຼວງ ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/12 ຢູ່​ນະຄອນ​ໂຮ່ຈີ​ມິນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ ຢັ້ງຢືນ​ວ່າ: ​ເຖິງ​ວ່າ​ບັນລຸ​ໄດ້​ບາງ​ໝາກຜົນ​ໃດ​ໜຶ່ງ​ໃນ​ວຽກ​ງານ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ຫຼາດ​ບັງ​ຫຼວງ​ ຂອງ​ນະຄອນ ກໍ່ຕາມ, ​ແຕ່​ສະພາບ​ການ​ສໍ້​ຫຼາດ​ບັງ​ຫຼວງ​ຍັງ​ຄົງ​ເກີດ​ຂຶ້ນ​ດ້ວຍ​ຫຼາຍ​ປະກົດ​ການ​ຢ່າງ​​ແຍບຍົນ, ການ​​ເກັບຄືນ​ຊັບ​ສົມບັດ​​ຈາກການສໍ້​ຫຼາດ​ບັງ​ຫຼວງຍັງ​ມີ​ໜ້ອຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮຽກຮ້ອງ​ ຄວນ​ມີ​ການ​ຊີ້​ນຳ​ຢ່າງ​ຂ້ຽວຂາດ​ກວ່າ​ອີກ​ໃນ​​ໄລຍະ​ຈະ​ມາ​ເຖິງ.

    “ ພວກ​ເຮົາ​ຕ້ອງ​ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ມີ​ຄວາມ​ຕັດສິນ​ໃຈ ດ້ວຍ​ບັນດາ​ມາດ​ຕະການ​ຄົບ​ຊຸດ ​ເພື່ອ​ພັດທະນາ​ນະຄອນ, ​ໃນ​ນັ້ນ​ມີໜ້າ​ທີ່​ປ້ອງ​ກັນ​, ຕ້ານ​ການ​ສໍ້​ຫຼາດ​ບັງ​ຫຼວງ, ການ​ປັບປຸງ​ລະບົບນະ​ໂຍບາຍຢູ່​ທ້ອງ​ຖິ່ນ​ໃຫ້​ສົມບູນ​ແບບ. ພິ​ເສດ​ແມ່ນ​ເພີ່ມ​ທະວີ​ວຽກ​ງານ​ການ​ຊີ້​ນຳ​​ໃນ​ການປ້ອງ​ກັນ​, ຕ້ານ​ກາ​ນສໍ້​ຫຼາດ​ບັງ​ຫຼວງ​ກວ່າ​ອີກ, ​ເພື່ອ​ຮັບ​ໃຊ້​​​ໃຫ້​ແກ່ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ການກໍ່ສ້າງ​ພັກ, ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຢູ່​ທ້ອງ​ຖິ່ນ. ຂ້າພະ​ເຈົ້າ​ສະ​ເໜີ ນະຄອນ​ໂຮ່ຈີ​ມິນ​ ສ້າງບົດ​ສະຫຼຸບລາຍ​ງານ 10 ປີ ກ່ຽວ​ກັບວຽກ​ງານ​ການປ້ອງ​ກັນ​, ຕ້ານ​ການ​ສໍ້​ຫຼາດ​ບັງ​ຫຼວງ​ໃຫ້​ສົມບູນ​ແບບ, ສືບ​ຕໍ່​ປະກອບສ່ວນ​ສະ​ເໜີ​ຢ່າງ​ລະອຽດ​ຕໍ່​ສູນ​ກາງ​ ກ່ຽວ​ກັບ​ບັນດາ​ກົນ​ໄກ​ນະ​ໂຍບາຍ ​ເພື່ອ​ປະຕິບັດ​ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ, ​​ຕ້ານ​ການ​ສໍ້​ຫຼາດ​ບັງ​ຫຼວງ​ໃຫ້​ດີກ​ວ່າ ​ແລະ ມີ​ປະສິດ​ທະ​ຜົນ​ກວ່າ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງປັບ​ປຸງ​ ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ຫຼາດ​ບັງ​ຫຼວງ​ໃນ​ໄລຍະ​ຈະ​ມາ​ເຖິງ ”

ຂ່າວ/ບົດ​ອື່ນ