ຕ​າ​ລີ​ບາຍ ​ຢາກ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ ການ​ຄ້າ ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ

(VOVWORLD) -ສານຂອງທ່ານ Mullah Abdul Ghani Baradar ໄດ້ຍົກອອກມາໃນສະພາບການກຳລັງນີ້ ຄາດວ່າຈະປະກາດໂຄງປະກອບລັດຖະບານຊຸດໃໝ່ ໃຫ້ ອາບການິດສະຖານ ໃນ 2, 3 ອາທິດຈະມາເຖິງ.
ຕ​າ​ລີ​ບາຍ ​ຢາກ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ ການ​ຄ້າ ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ - ảnh 1ທ່ານ Mullah Abdul Ghani Baradar ຜູ້ນຳຕາລີບານ (ພາບ:  AFP/TTXVN)

ສານທີ່ໄດ້ລົງໃນສື່ສັງຄົມອອກລາຍ Twitter ໃນວັນທີ 21 ສິງຫາ ຂອງທ່ານ Mullah Abdul Ghani Baradar ຜູ້ນຳ ຕາລີບານ ໄດ້ຊີ້ແຈ້ງວ່າ ຄາດວ່າ  ກຳລັງອິດສະລາມນີ້ ຈະສ້າງການພົວພັນທາງການທູດ ແລະ ການຄ້າ ກັບທຸກໆປະເທດໃນໂລກ, “ພິເສດແມ່ນກັບ ອາເມລິກາ”. ດ້ວຍຖະແຫຼງການນີ້, ທ່ານ Mullah ໄດ້ປະຕິເສດບັນດາຂໍ້ມູນໃນສື່ມວນຊົນທີ່ຖືວ່າ ຕາລີບານ ບໍ່ມີເຈດຈຳນົງຢາກສ້າງຕັ້ງການພົວພັນທາງການທູດ ແລະ ການຄ້າ ກັບ ອາເມລິກາ.

ສານຂອງທ່ານ Mullah Abdul Ghani Baradar ໄດ້ຍົກອອກມາໃນສະພາບການກຳລັງນີ້ ຄາດວ່າຈະປະກາດໂຄງປະກອບລັດຖະບານຊຸດໃໝ່ ໃຫ້ ອາບການິດສະຖານ ໃນ 2, 3 ອາທິດຈະມາເຖິງ. ຕາມໂຄສົກຂອງ ຕາລີບານ ທ່ານໜຶ່ງແລ້ວ, ຮູບແບບລັດຖະບານຊຸດໃໝ່ຂອງ ອາບການິດສະຖານ ບໍ່ແມ່ນພື້ນຖານປະຊາທິປະໄຕ ຕາມຄຳນິຍາມຂອງຝ່າຍຕາເວັນຕົກ, ແຕ່ຈະປົກປ້ອງສິດຂອງທຸກໆຄົນ. ຕາລີບານ ຈະສືບຕໍ່ປຶກສາຫາລືກັບບັນດາອະດີດການນຳຂອງ ອາບການິດສະຖານ, ການນຳຂອງບັນດາກຸ່ມທະຫານເອກະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ