ຕາລິບານ ບຸກໂຈມຕີສະຫນາມບິນ ກົງກັບໂອກາດລະນຶກເຫດການ 11/9

ຕາລິບານ ບຸກໂຈມຕີສະຫນາມບິນ     ກົງກັບໂອກາດລະນຶກເຫດການ 11/9 - ảnh 1
ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ ຢູ່ ອາບ​ກາ​ນິສະຖານ
ພາບ: internet

(vovworld) -  ວັນ​ທີ 11/9, ອົງການ NATO  ຢູ່ ອາບ​ກາ​ນິສະຖານ​ໃຫ້​ຮູ້​ວ່າ: ​ໃນ​ເວລາ 22 ​ໂມງ ຕາມ​ເວລາ​ທ້ອງ​ຖິ່ນ​ຂອງ​ວັນ​ທີ 10/9, ກ່ອນ​ຈັດ​ພິທີລະນຶກ 11 ປີເກີດເຫດການກໍ່ການຮ້າຍ​​ເມື່ອ​ວັນ​ທີ 11/9/2001 ຢູ່ ອາ​ເມ​ລິ​ກາ, ສະຫນາມ​ບິນ Bagram  ​ໂດຍ​ອາ​ເມ​ລິ​ກາ​ຄຸ້ມ​ຄອງ ຢູ່ ບໍລິ​ເວນ​ມໍ່​ກັບ​ນະຄອນຫລວງ Kabul ຖືກ​ຍິງ​ດ້ວຍຈະ​ຫຼວດ 4 ລູກ​ ເຮັດ​ໃຫ້​ເຮືອບິນ​ລຳ​ຫນຶ່ງ​ຂອງ NATO ຖືກ​ທຳລາຍ, ນາຍ​ທະຫານ ອາບ​ກາ​ນິສະຖານ 3 ຄົນ​ຖືກ​ເສຍ​ຊີວິດ ​ແລະ ພາລະ​ກອນ NATO 2 ຄົນ​​ໄດ້​ຮັບ​ບາດ​ເຈັບ. ຕາ​ລີ​ບານ ຍອມຮັບ​ວ່າ​​ແມ່ນ​ຜູ້​ປະຕິບັດບຸກ​ໂຈມ​ຕີ​ດັ່ງກ່າວ. ປະຈຸ​ບັນ, ການ​ຮັບປະກັນຄວາມສະຫງົບ​ປອດ​ໄພ​ຢູ່​ນະຄອນຫລວງ Kabul ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຂຶ້ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ