ຕາ​ລີ​ບານ ປະ​ກາດ​ສະ​ມາ​ຊິກ​ຄ​ະ​ນະ​ລັດ​ຖະ​ບານ

(VOVWORLD) -ວັນທີ 07 ກັນຍາ, ຕາລີບານ ໄດ້ປະກາດສະມາຊິກໃນຄະນະລັດຖະບານ ອາບການິດສະຖານ. ຕາມນັ້ນແລ້ວ, ທ່ານ Hassan Akhund ໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີໃນລັດຖະບານໃໝ່, ທ່ານ Mujahid Abdul Ghani Baradar  ເປັນຮອງນາຍົກລັດຖະມົນຕີ.
ຕາ​ລີ​ບານ ປະ​ກາດ​ສະ​ມາ​ຊິກ​ຄ​ະ​ນະ​ລັດ​ຖະ​ບານ - ảnh 1ທ່ານ Hassan Akhund ໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີໃນລັດຖະບານໃໝ່ (ຜູ້ຢູ່ກາງ) (ພາບ: newsncr)

ກ່ອນໜ້ານັ້ນ, ໃນວັນດຽວກັນ, ຕາລີບານ ໄດ້ປະກາດວ່າ ກຳລັງດັ່ງກ່າວ ພ້ອມແລ້ວທີ່ຈະສ້າງຕັ້ງສາຍພົວພັນກັບ ວໍຊິງຕັນ ເພື່ອຜົນປະໂຫຍດຂອງທັງ ອາບການິດສະຖານ ແລະ ອາເມລິກາ, ພ້ອມທັງຊົມເຊີຍກຳລັງຄວາມສາມາດຂອງ ອາເມລິກາ ທີ່ໄດ້ເຂົ້າຮ່ວມການສ້າງຕັ້ງປະເທດ ອາຊີຕາເວັນຕົກສ່ຽງໃຕ້ນີ້ຄືນໃໝ່. ເຖິງຢ່າງໃດກໍຕາມ, ທ່ານ Suhail Shaheen ໂຄສົກຂອງກຳລັງ ຕາລີບານ ຊີ້ແຈ້ງວ່າ ຕາລີບານ ຈະບໍ່ມີການພົວພັນໃດໆກັບ ອິດສະຣາແອັນ, ແຕ່ຢາກສ້າງສາຍພົວພັນກັບບັນດາປະເທດທັງໝົດໃນພາກພື້ນ ແລະ ຮັກສາການເຈລະຈາກັບບັນດາປະເທດບ້ານໃກ້ເຮືອນຄຽງທັງໝົດ.

ກໍໃນວັນທີ 7 ກັນຍາ, ລັດເຊຍ ຖະແຫຼງວ່າ ຍັງບໍ່ທັນໄດ້ຍົກອອກຂໍ້ຕົກລົງສະບັບໃດກ່ຽວກັບການຮັບຮອງລັດຖະບານ ຕາລີບານ ແລະ ຈະຕິດຕາມສະພາບການຢູ່ ອາບການິດສະຖານ ຢ່າງໃກ້ຊິດ.


 

ຕອບກັບ

ຂ່າວ/ບົດ​ອື່ນ