ຕາ​ລີ​ບານ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ ອາບ​ກາ​ນິດ​ສະ​ຖານ ບໍ່​ອະ​ນຸ​ຍາດ​ໃຫ້ ອາ​ເມ​ລິ​ກາ ຕັ້ງ​ຖານ​ທີ່​ໝັ້ນ​ການ​ທະ​ຫານ

(VOVWORLD) -ກຳລັງ ຕາລີບານ ຮຽກຮ້ອງໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງຂອງ ອາບການິດສະຖານ ບໍ່ອະນຸຍາດໃຫ້ ອາເມລິກາ ຜັນຂະຫຍາຍການຕັ້ງຖານທີ່ໝັ້ນການທະຫານໃນດິນແດນຂອງເຂົາເຈົ້າ.
ຕາ​ລີ​ບານ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ ອາບ​ກາ​ນິດ​ສະ​ຖານ ບໍ່​ອະ​ນຸ​ຍາດ​ໃຫ້ ອາ​ເມ​ລິ​ກາ ຕັ້ງ​ຖານ​ທີ່​ໝັ້ນ​ການ​ທະ​ຫານ - ảnh 1ທະຫານ ອາເມລິກາ ຢູ່ Lashkar Gah, ແຂວງ Helmand, ອາບການິດສະຖານ (ພາບ: AFP/TTXVN)

ວັນທີ 26 ພຶດສະພາ, ກຳລັງ ຕາລີບານ ຮຽກຮ້ອງໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງຂອງ ອາບການິດສະຖານ ບໍ່ອະນຸຍາດໃຫ້ ອາເມລິກາ ຜັນຂະຫຍາຍການຕັ້ງຖານທີ່ໝັ້ນການທະຫານໃນດິນແດນຂອງເຂົາເຈົ້າ, ພ້ອມທັງກ່າວເຕືອນວ່າ ຈະມີການກະທຳເພື່ອສະກັດກັ້ນ, ບໍ່ປະໃຫ້ເກີດກໍລະນີທີ່ຄ້າຍຄືກັນກັບຢູ່ ອາບການິດສະຖານ.

        ໃນຖະແຫຼງການໜຶ່ງ, ຕາລີບານ ເນັ້ນໜັກວ່າ: “ພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງ ຂອງ ອາບການິດສະຖານ ບໍ່ອະນຸຍາດໃຫ້ ບໍ່ວ່າປະເທດໃດເຮັດຄືແນວນັ້ນ”. ກຳລັງດັ່ງກ່າວ ກໍຖະແຫຼງວ່າ ຈະບໍ່ປະໃຫ້ປະເທດໃດອະນຸຍາດໃຫ້ ອາເມລິກາ ຜັນຂະຫຍາຍການຕັ້ງຖານທີ່ໝັ້ນການທະຫານໃນດິນແດນຂອງເຂົາ. 

ຕອບກັບ

ຂ່າວ/ບົດ​ອື່ນ