ຕາ​ລີ​ບານ ເປີດ​ຍຸດ​ທະ​ສາດ​ດັບສູນ IS

(VOVWORLD) -ກຳລັງຕາລີບານ ພວມກຳອຳນາດຢູ່ ອາບການິດສະຖານ ຫາກໍເລີ່ມເຄື່ອນໄຫວຍຸດທະສາດ ເພື່ອແນໃສ່ລົບລ້າງບັນດາເປົ້າໝາຍຂອງ ອົງການລັດອິດສະລາມ (IS) ອ້າງຊື່ເອງ ຢູ່ປະເທດນີ້.

ຕາ​ລີ​ບານ ເປີດ​ຍຸດ​ທະ​ສາດ​ດັບສູນ IS - ảnh 1ກຳລັງ ຕາລີບານ ຢູ່ອາບການິດສະຖານ (ພາບ: Reuters)

ຕາລີບານ ຈະບຸກໂຈມຕີ ສາຂາຢູ່ທ້ອງຖິ່ນຂອງ IS ຢູ່ນະຄອນຫຼວງ Kabul ແລະ ແຂວງ Nangarhar ເຊິ່ງຕິດກັບຊາຍແດນ ປາກິດສະຖານ. ຍຸດທະສາດໄດ້ດຳເນີນພາຍຫຼັງເກີດເຫດການນອງເລືອດ ຢູ່ເມືອງເອກຂອງ ແຂວງ Jalalabad 2 ອາທິດ.

ໂດຍໄດ້ເກີດການບຸກໂຈມຕີ ດ້ວຍປືນ ແລະ ລູກລະເບີດ ຢ່າງໜ້ອຍສຸດ 3 ຄັ້ງ ຢູ່ບັນດາທີ່ຕັ້ງຂອງ ຕາລີບານ ຊຶ່ງເຮັດໃຫ້ມືປືນ ຂອງ ກຳລັງນີ້ ແລະ ສາມັນຊົນຈຳນວນໜຶ່ງເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ