ຕາ​ລີ​ບານ ໃຫ້​ຂໍ້​ສັງ​ເກດ ກ່ຽວ​ກັບ​​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ​ກັບ ອາ​ເມ​ລິ​ກາ

(VOVWORLD) -ໃນສື່ສັງຄົມອອນລາຍ Twitter ຢ່າງເປັນທາງການດ້ວຍພາສາ ອາຣັບ, ກຳລັງຕາລີບານ ໄດ້ຢັ້ງຢືນ ໄລຍະເຈລະຈາໃໝ່ ລະຫວ່າງ ອາບການິດສະຖານ ແລະ ອາເມລິກາ ຈະເລີ່ມຕົ້ນແຕ່ອາທິດໜ້າຢູ່ ກາຕາ. 
ຕາ​ລີ​ບານ ໃຫ້​ຂໍ້​ສັງ​ເກດ ກ່ຽວ​ກັບ​​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ​ກັບ ອາ​ເມ​ລິ​ກາ - ảnh 1ພິທີລົງນາມຂໍ້ຕົກລົງສັນຕິພາບ ຢູ່ ກາຕາ ລະຫວ່າງ ອາເມລິກາ ແລະ ອາບການິດສະຖານ
(ພາບ: AFP/TTXVN)

ວັນທີ 24 ພະຈິກ, ກຳລັງ ຕາລີບານ ຢູ່ ອາບການິດສະຖານ ໄດ້ໃຫ້ຂໍ້ສັງເກດວ່າ ບັນດາການເຈລະຈາກັບ ອາເມລິກາ ຢູ່ນະຄອນຫຼວງ Doha ຂອງ ກາຕາ ໃນອາທິດຈະມາເຖິງ ຈະເປີດພາກໃໝ່ໃນການພົວພັນດ້ານການເມືອງລະຫວ່າງສອງຝ່າຍ. ນີ້ແມ່ນການເຈລະຈາຄັ້ງທີ 2 ລະຫວ່າງ ວົງການເຈົ້າໜ້າທີ່ ອາເມລິກາ ແລະ ຕາລີບານ ນັບແຕ່ເວລາກຳລັງນີ້ຢຶດອຳນາດຄືນໃໝ່ຢູ່ ອາບການິດສະຖານ.

ໃນສື່ສັງຄົມອອນລາຍ Twitter ຢ່າງເປັນທາງການດ້ວຍພາສາ ອາຣັບ, ກຳລັງຕາລີບານ ໄດ້ຢັ້ງຢືນ ໄລຍະເຈລະຈາໃໝ່ ລະຫວ່າງ ອາບການິດສະຖານ ແລະ ອາເມລິກາ ຈະເລີ່ມຕົ້ນແຕ່ອາທິດໜ້າຢູ່ ກາຕາ. ໃນໄລຍະນີ້, ບັນດາການປຶກສາຫາລືຈະມຸ່ງໄປເຖິງເປົ້າໝາຍ ເປີດ ໜ້າປະຫວັດສາດໃໝ່ ໃນການພົວພັນດ້ານການເມືອງ ລະຫວ່າງສອງຝ່າຍ, ແກ້ໄຂບັນດາບັນຫາດ້ານເສດຖະກິດ ແລະ ການປະຕິບັດບັນດາມາດຕາໃນຂໍ້ຕົກລົງທີ່ໄດ້ຮັບການລົງນາມຈາກທັງສອງຝ່າຍຢູ່ Doha ກ່ອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ