ຕາ​ລີ​ບານ​ປະ​ກາດ ​ສົງ​ຄາມ​ໄດ້​ສິ້ນ​ສຸດ​ລົງ​ຢູ່ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ທ່ານ Zabihullah Mujahid ໂຄສົກ ຕາລີບານ ໄດ້ຢັ້ງຢືນວ່າ ບັນຊີລາຍຊື່ສະມາຊິກລັດຖະບານຊຸດໃໝ່ຈະປະກາດໃນ 2 – 3 ວັນຈະມາເຖິງ ແລະ ນີ້ແມ່ນຈຸດເວລາທີ່ ຊາວ ອາບການິດສະຖານ ຕ້ອງກໍ່ສ້າງປະເທດຄືນໃໝ່.
ຕາ​ລີ​ບານ​ປະ​ກາດ ​ສົງ​ຄາມ​ໄດ້​ສິ້ນ​ສຸດ​ລົງ​ຢູ່ ອາບ​ກາ​ນິດ​ສະ​ຖານ - ảnh 1ທ່ານ Zabihullah Mujahid ໂຄສົກ ຕາລີບານກ່າວຄຳເຫັນທີ່ການຖະແຫຼງຂ່າວ  (ພາບ: Reuters)

ຕອນບ່າຍວັນທີ 6 ກັນຍາ, ກຳລັງຕາລີບານ ຢູ່ ອາບການິດສະຖານ ໄດ້ປະກາດວ່າ ສົງຄາມຢູ່ປະເທດນີ້ໄດ້ສິ້ນສຸດລົງແລ້ວ. ກ່າວຄຳເຫັນໃນການຖະແຫຼງຂ່າວ ຢູ່ນະຄອນຫຼວງ Kabul, ທ່ານ Zabihullah Mujahid ໂຄສົກ ຕາລີບານ ໄດ້ຢັ້ງຢືນວ່າ ບັນຊີລາຍຊື່ສະມາຊິກລັດຖະບານຊຸດໃໝ່ຈະປະກາດໃນ 2 – 3 ວັນຈະມາເຖິງ ແລະ ນີ້ແມ່ນຈຸດເວລາທີ່ ຊາວ ອາບການິດສະຖານ ຕ້ອງກໍ່ສ້າງປະເທດຄືນໃໝ່.

ແລະກໍ່ໃນການຖະແຫຼງຂ່າວ, ທ່ານ Zabihullah Mujahid ໃຫ້ຮູ້ວ່າ ບັນດາກຸ່ມນັກຊ່ຽວຊານຈາກ ກາຕາ, ຕວັກກີ ແລະ ອາຣັບບິ ຊາອຸດິ ພວມເລີ່ມດຳເນີນ ບັນດາການເຄື່ອນໄຫວຂອງ ສະໜາມບິນສາກົນ Kabul ຄືນໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ