ຕໍາຫຼວດອັງກິດ ສືບຫາເປົ້າໝາຍ 2 ຄົນ ທີ່ສົງໄສວ່າມີສ່ວນກ່ຽວຂ້ອງເຖິງເຫດມີຜູ້ເຄາະຮ້າຍເສຍຊີວິດໃນລົດຕູ້ container 39 ຄົນ

(VOVWORLD) -ວັນທີ 29 ຕຸລາ, ຕໍາຫຼວດ ອັງກິດ ໄດ້ໃຫ້ຂ່າວວ່າ ເຂົາເຈົ້າພວມສືບຫາຜູ້ຖືກສົງໄສຕື່ມອີກ 2 ຄົນ ເຊິ່ງເປັນສອງອ້າຍນ້ອງຊາວ ອຽກລັງເໜືອ ໂດຍຖືວ່າ ໄດ້ສວມບົດບາດສໍາຄັນທີ່ສຸດໃນເຫດຜູ້ເຄາະຮ້າຍເສຍຊີວິດໃນລົດຕູ້ container 39 ຄົນ ຢູ່ ອັງກິດ.

        ຕໍາຫຼວດ ອັງກິດ ໄດ້ອອກຄໍາສັ່ງຊອກຈັບຜູ້ຖືກສົງໄສ 2 ຄົນດັ່ງກ່າວນັ້ນແມ່ນ Ronan Huges, ອາຍຸ 40 ປີ ແລະ ນ້ອງຊາຍ Christopher Huges, ອາຍຸ 34 ປີ. ທັງສອງຄົນລ້ວນແຕ່ມາຈາກ ອຽກລັງເໜືອ.

        ຕໍາຫຼວດ ອັງກິດ ຖືວ່າ ປັດຈຸບັນ, ສອງຄົນດັ່ງກ່າວ ພວມຢູ່ ອຽກລັງເໜືອ ແຕ່ກໍອາດຈະຍ້າຍໄປ ສ.ໄອແລນ ເພາະວ່າ ເຂົາເຈົ້າມີສ່ວນກ່ຽວຂ້ອງຢູ່ພຸ້ນ. ນັກກວດກາ Stuart Hooper - ຜູ້ຮັບຜິດຊອບສືບສວນຄະດີດັ່ງກ່າວໄດ້ ຮຽກຮ້ອງໃຫ້ປະຊາຊົນ ແຈ້ງເບາະແສໃຫ້ຕໍາຫຼວດຮັບຊາບ ກ່ຽວກັບການເຄື່ອນໄຫວທຸກຢ່າງຂອງ 2 ເປົ້າໝາຍນີ້.

                ກວາງຢຸງ, ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ປາຣີ.


ຕອບກັບ

ຂ່າວ/ບົດ​ອື່ນ