ຕຳຫລວດ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ

(VOVWORLD) - ຕອນເຊົ້າວັນທີ 09 ກໍລະກົດ, ທີ່ນະຄອນຫລວງ ວຽງຈັນ ປະເທດລາວ ໄດ້ດຳເນີນກອງປະຊຸມການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳລະຫວ່າງກຳລັງຕຳຫລວດ, ກະຊວງຕຳຫລວດ ຫວຽດນາມ ແລະ ກຳລັງຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ລາວ ຄັ້ງທີ 10.

 ປີຜ່ານມາ, ກຳລັງຕຳຫລວດ 2 ປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຕໍ່ສູ້ປ້ອງກັນ, ຕ້ານບັນດາປະເພດອາດຊະຍາກຳທາງອາຍາ. ພິເສດ, ໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດ.

ຕຳຫລວດ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ - ảnh 1 ທີ່ກອງປະຊຸມ

        ເນື່ອງໃນໂອກາດນີ້, ຕຳຫລວດກະຊວງຕຳຫລວດ ຫວຽດນາມ ແລະ ຕຳຫລວດກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ເຊັນຂໍ້ຕົກລົງການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳໄລຍະປີ 2019 – 2020. ຕາມນັ້ນແລ້ວ, 2 ຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືສືບສວນອາດຊະຍາກຳ; ການຮ່ວມມືປ້ອງກັນ, ຕ້ານຢາເສບຕິດ; ການຮ່ວມມືກ່ຽວກັບ Interpol, AseanPol; ບຳລຸງສ້າງ ແລະ ແລກປ່ຽນບົດຮຽນໃນການປ້ອງກັນ, ຕ້ານອາດຊະຍາກຳ…ປະກອບສ່ວນກໍ່ສ້າງເຂດຊາຍແດນ ຫວຽດນາມ - ລາວ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ