ຕຳຫລວດຫວຽດນາມເພີ່ມທະວີການຮ່ວມມືກັບEUROPOL

ຕຳຫລວດຫວຽດນາມເພີ່ມທະວີການຮ່ວມມືກັບEUROPOL - ảnh 1
ຄະ​ນະ​ຜູ້​ແທນ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມເຮັດ​ວຽກ​ກັບ​
ຄະ​ນະ​ການ​ນຳ​ກົມ​ການ​ຄ້າ ຄະ​ນະ​ກຳ​ມະ​ການ​ເອີ​ລົບ
ພາບ:TTXVN



(vovworld)- ແຕ່​ວັນ​ທີ 9-13/3, ຄະ​ນະ​ຜູ້​ແທນ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ ​ໂດຍພົນ​ໂທ ຫງວຽນ​ວັນ​ແທ່ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫລວດ ນຳ​ຫນ້າ​ຍ​ໄດ້ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ ອົງ​ການ​ຕຳ​ຫລວດ ເອີ​ລົບ (EUROPOL). ວັນ​ທີ 13/3, ໃນ​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຢູ່ ສຳ​ນັກ​ງານ EUROPOL, ນະ​ຄອນ ລາ​ໄຮ ປະ​ເທດ ໂຮນ​ລັງ, ທ່ານ Oldrich Martin, ຮອງ​ຜູ້​ອຳ​ນວຍ​ການ EUROPOL ຢືນ​ຢັນ: EUROPOL ປາດ​ຖະ​ຫນາ​ຢາກ​ຮ່ວມ​ມື​ກັບ​ກຳ​ລັງ​ຕຳ​ຫລວດ ຫວຽດ​ນາມ ເວົ້າ​ສະ​ເພາະ ແລະ​ພ້ອມ​ກັບ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ຫວຽດ​ນາມ ເວົ້​າ​ລວມ. EUROPOL ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຂອງ​ກະ​ຊວງ​ຕຳ​ຫລວດ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ EUROPOL.

ສ່ວນ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ແທ່ງ ຢືນ​ຢັນ: EUROPOL ແມ່ນ​ຄູ່​ຮ່ວມ​ມື​ສາ​ກົນ​ທີ່​ສຳ​ຄັນ​ຂອງ​ກະ​ຊວ​ງ​ຕຳ​ຫລວດ​ຫວຽດ​ນາມ ໃນ​ການ​ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ແທ່ງ ເຫັນ​ດີ​ຕໍ່​ຄຳ​ສະ​ເຫນີ​ຂອງການ​ນຳ EUROPOL ກ່ຽວ​ກັບ​ການ​ຄົ້ນ​ຄ້​ວາ​ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ