ຕຳຫລວດຫວຽດນາມແລະອົດສຕາລີເພີ່ມທະວີການຮ່ວມມື

ຕຳຫລວດຫວຽດນາມແລະອົດສຕາລີເພີ່ມທະວີການຮ່ວມມື - ảnh 1

(ທ່ານ​ນາຍົກລັດຖະມົນຕີ ອົດ​ສຕາ​ລີ Tony Abbott
 ແລະ ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ)

(vovworld) –​​​ ​ ໂດຍ​​ໄດ້​ຮັບ​ຄຳ​ເຊີນ​ຂອງ​ລັດຖະບານ ​ແລະ ອົງການ​ປະຕິບັດ​ກົດໝາຍ​ສະຫະພັນ ອົດສຕາ​ລີ, ​ວັນ​ທີ 14/9, ຄະນະ​ຜູ້​ແທນ​ຂັ້ນ​ສູງ ກະຊວງ​ຕຳຫລວດ ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫລວດ ຫວຽດນາມ ນຳ​ໜ້າ​​ໄປຢ້ຽມຢາມ ອົດສຕາ​ລີ ຢ່າງ​ເປັນ​ທາງ​ການ, ຢູ່​ນະຄອນຫລວງ Canbera, ທີ່​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ, ທ່ານ​ນາຍົກລັດຖະມົນຕີ ອົດ​ສຕາ​ລີ Tony Abbott ຖື​ວ່າ: ການ​ຢ້ຽມຢາມ​ຈະ​​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ອົດສຕາ​ລີ ​ແລະ ຫວຽດນາມ ​ເວົ້າ​ລວມ, ລະຫວ່າງ​ອົງການ​ປະຕິບັດ​ກົດໝາຍ ອົດສຕາ​ລີ ​ແລະ ກະຊວງ​ຕຳຫລວດ ຫວຽດນາມ ​ເວົ້າ​ສະ​ເພາະ​ເລິກ​ເຊິ່ງກ່ວາອີກ.

        ສ່ວນ​ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ​ໃຫ້​ຮູ້​ວ່າ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງກະຊວງ​ຕຳຫລວດ ຫວຽດນາມ ​ແລະ ບັນດາ​ອົງການ​ປະຕິບັດ​ກົດໝາຍ​ຂອງ ອົດສຕາ​ລີ ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ​ແທດ​ຈິງໃນ​ຂົງ​ເຂດຕ່າງໆ​. ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ວ່າ: ລັດຖະບານ ອົດສຕາ​ລີ ສືບ​ຕໍ່​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​​ເຮັດໃຫ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ປະຕິບັດ​ກົດໝາຍ​ນັບ​ມື້​ນັບ​​ແໜ້ນ​ແຟ້ນກ່ວາ​ອີກ.

        ທີ່​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ອົດສຕາ​ລີ, ສະມາຊິກ​ສະພາ​ສູງ George Brandis. ທ່ານ George Brandis ຢືນຢັນ​ວ່າ: ການ​ຢ້ຽ​ມຢາມຂອງ​ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ​ແລະ ຄະນະ​ຜູ້​ແທນ​ກະຊວງ​ຕຳຫລວດ ຫວຽດນາມ ​ເພື່ອ​ແນ​ໃສ່​ຊຸກຍູ້, ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​ຕຸລາການ​ອາຍາ, ການຕໍ່ສູ້​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ, ປະກອບສ່ວນ​ປົກ​ປັກ​ຮັກສາ​ຄວາມສະຫງົບ​ປອດ​ໄພ, ຄວາມ​ເປັນລະບຽບ​ຮຽບຮ້ອຍ​ຂອງ​ແຕ່ລະ​ປະ​ເທດ. ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ເຫັນ​ດີ​ເປັນ​ເອຫະພາບ​ກວດກາ​, ​ເພີ່ມ​ເຕີມ, ປັບປຸງ​ລະບົບ​ເອກະສານ​ນິຕິ​ກຳ, ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ຕຸລາການ​ອາຍາ ​ແລະ ປະຕິບັດ​ກົດໝາຍ. ພ້ອມ​ທັງປັບປຸງບັນດາ​ລະບຽບການກົດໝາຍ​ຂອງ​ແຕ່ລະ​ປະ​ເທດ​​ໃຫ້​ສຳ​ເລັດ​ໂດຍ​ໄວ ​ເພື່ອ​​​ໃຫ້ສັດຕະຍາ​ບັນ ​ແລະ ປະຕິບັດ​ສັນຍາ​ໜູນ​ຊ່ວຍ​ຕຸລາການ​ກ່ຽວ​ກັບ​ອາຍາ​ໂດຍ​ໄວ; ສົມທົບ​ກັນທາ​ບທາມ​ຄຳ​ເຫັນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນຢູ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ, ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ດ້ານ​ຕຸລາການ​ອາຍາ; ຜັນ​ຂະ​ຫຍາຍ​ສັນຍາ​ກ່ຽວ​ກັບພາ​ຕົວ

 

ຂ່າວ/ບົດ​ອື່ນ