ຕຳຫລວດໄທເກືອບ 10.000 ຄົນຮັບປະກັນຄວາມປອດໄພໃຫ້ແກ່ກອງປະຊຸມ ອາຊຽນ

(VOVWORLD) - ຕຳຫລວດ ໄທ ປະມານ 10.000 ຄົນຈະລາດຕະເວນຢູ່ບັນດາເມືອງໃຈກາງຂອງນະຄອນຫລວງ ບາງກອກ (ໄທ) ໃນໄລຍະດຳເນີນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34, ແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ເຫດການນີ້.

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ຈະດຳເນີນໃນລະຫວ່າງວັນທີ 22 – 23 ມິຖຸນາ. ການນຳບັນດາປະເທດ ອາຊຽນ ຈະປຶກສາຫາລືຫລາຍບັນຫາ, ໃນນັ້ນມີຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ສະພາບການລັດ Rakhine (ມຽນມາ). ໄທ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ແຕ່ວັນທີ 01 ມັງກອນ 2019, ຫົວຂໍ້ທາງການຂອງປີ ອາຊຽນ 2019 ໂດຍ ໄທ ເປັນປະທານແມ່ນ “ຊຸກຍູ້ການພົວພັນຄູ່ຮ່ວມມື ເພື່ອຜົນປະໂຫຍດພັດທະນາແບບຍືນຍົງ”.

ຕອບກັບ

ຂ່າວ/ບົດ​ອື່ນ