ຕຳຫຼວດ 5 ປະເທດເອີລົບ ເປີດບັ້ນຕ້ານການເຄື່ອນໄຫວຄ້າມະນຸດ

(VOVWORLD) -ໜັງສືພິມໄດ້ຄັດແຫຼ່ງຂ່າວຈາກຕຳຫຼວດນະຄອນ Osnabrueck ໃຫ້ຮູ້ວ່າ, ເຄືອຂ່າຍຄ້າມະນຸດຢູ່ນີ້ໄດ້ສົ່ງຕົນ 10.000 ຄົນຂ້າມຊາຍແດນຜ່ານຊ່ອງແຄບທະເລ Manche ໃນເວລາ 12 ຫາ 18 ເດືອນຜ່ານມາ.
ຕຳຫຼວດ 5 ປະເທດເອີລົບ ເປີດບັ້ນຕ້ານການເຄື່ອນໄຫວຄ້າມະນຸດ - ảnh 1ເຄືອຂ່າຍຄ້າມະນຸດຢູ່ນີ້ໄດ້ສົ່ງຕົນ 10.000 ຄົນຂ້າມຊາຍແດນຜ່ານຊ່ອງແຄບທະເລ Manche
(ພາບປະກອບ: AFP/TTXVN)

ກຳລັງຕຳຫຼວດຂອງ 5 ປະເທດເອີລົບ ລວມມີ: ອັງກິດ, ແບນຊິກ, ເຢຍລະມັນ, ໂຮນລັງ ແລະ ຝລັ່ງ ໄດ້ດຳເນີນບັ້ນຕ້ານການຄ້າມະນຸດຂ້າມຊາຍແດນ ແລະ ຈັບຕົວຫຼາຍເປົ້າໝາຍ. ບັ້ນເຄື່ອນໄຫວນີ້ໄດ້ປະຕິບັດຢູ່ນະຄອນ Osnabrueck, ທາງທິດຕາເວັນຕົກສ່ຽງເໜືອ ປະເທດ ເຢຍລະມັນ, ເຊິ່ງແມ່ນເຂດຖືກຖືວ່າແມ່ນເຮືອນຮັງຂອງພວກອາດຊະຍາກອນຄ້າມະນຸດ.

        ບັ້ນເຄື່ອນໄຫວດັ່ງກ່າວແນໃສ່ບັນດາກຸ່ມອາດຊະຍາກຳມີການຈັດຕັ້ງ ທ່ີສົ່ງຄົນໄປ ອັງກິດ. ໜັງສືພິມໄດ້ຄັດແຫຼ່ງຂ່າວຈາກຕຳຫຼວດນະຄອນ Osnabrueck ໃຫ້ຮູ້ວ່າ, ເຄືອຂ່າຍຄ້າມະນຸດຢູ່ນີ້ໄດ້ສົ່ງຕົນ 10.000 ຄົນຂ້າມຊາຍແດນຜ່ານຊ່ອງແຄບທະເລ Manche ໃນເວລາ 12 ຫາ 18 ເດືອນຜ່ານມາ. ກຳລັງປະຕິບັດໜ້າທີ່ພິເສດກໍໄດ້ລະດົມເຂົ້າຮ່ວມບັ້ນເຄື່ອນໄຫວນີ້ ຍ້ອນມີຄວາມວິຕົກກັງວົນວ່າ ບັນດາກຸ່ມອາດຊະຍາກອນໄດ້ປະກອບອາວຸດ ແລະ ເປັນອັນຕະລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ