ຕຳຫຼວດ ທະ​ເລ ຫວຽດ​ນາມ ພົບ​ປະ​ແລກ​ປ່ຽນ​​ກັບ​ຕຳຫຼວດທະ​ເລ ອິນ​ໂດ​ເນ​ເຊຍ ແລະ ກຳ​ປູ​ເຈຍ

(VOVWORLD) -ຕອນບ່າຍວັນທີ 9 ທັນວາ, ກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ພົບປະ, ແລກປ່ຽນສອງຝ່າຍກັບຕຳຫຼວດທະເລ ອິນໂດເນເຊຍ ແລະ ຄະນະກຳມະການແຫ່ງຊາດກ່ຽວກັບຄວາມໝັ້ງຄົງໃນການເດີນເຮືອ ກຳປູເຈຍ
ຕຳຫຼວດ ທະ​ເລ ຫວຽດ​ນາມ ພົບ​ປະ​ແລກ​ປ່ຽນ​​ກັບ​ຕຳຫຼວດທະ​ເລ ອິນ​ໂດ​ເນ​ເຊຍ  ແລະ ກຳ​ປູ​ເຈຍ - ảnh 1ກອງບັນຊາການຕຳຫຼວດທະເລ ຫວຽດນາມ ພົບປະ, ແລກປ່ຽນສອງຝ່າຍກັບຕຳຫຼວດທະເລ ອິນໂດເນເຊຍ (ພາບ: VOV) 

ກ່ອນໜ້ານັ້ນ, ຕຳຫຼວດທະເລ ຫວຽດນາມ ແລະ ຕຳຫຼວດທະເລ ອິນໂດເນເຊຍ ໄດ້ລົງນາມໃນຈົດໝາຍເຈດຕະນາວ່າດ້ວຍການເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍ.

ໃນວັນດຽວກັນ, ທີ່ການເຮັດວຽກກັບຄະນະກຳມະການແຫ່ງຊາດກ່ຽວກັບຄວາມໝັ້ນຄົງໃນການເດີນເຮືອ ກຳປູເຈຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະຕິບັດບັນດາເນື້ອໃນຕາມອະນຸສັນຍາວ່າດ້ວຍກົນໄກປະສານງານຜ່ານໂທລະສັບສາຍດ່ວນ; ແລກປ່ຽນສະພາບການຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທະເລຕິດຈອດກັນລະຫວ່າງສອງປະເທດ; ສະພາບການເຄື່ອນໄຫວຫາປາຂອງຊາວປະມົງໃນເຂດທະເລປະຫວັດສາດ; ແບ່ງປັນ, ກຳແໜ້ນຂໍ້ມູນຂ່າວສານ ແລະ ແກ້ໄຂກໍລະນີເກີດຂຶ້ນຢູ່ທະເລຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ