ຕຳຫຼວດ​ທະ​ເລ ສອງ​ປະ​ເທດ ຫວຽດ​ນາມ - ຈີນ​ ລາດ​ຕະ​ເວນ​ຮ່ວມ ​ຢູ່​ເຂດ​ທະ​ເລ​ທາງ​ທິດ​ເໜືອ​ອ່າວພາກ​ເໜືອ

(VOVWORLD) - ຂອບຂະໜາດຂອງການລາດຕະເວນຮ່ວມ ຄັ້ງນີ້ ນັບແຕ່ສະຖານທີ່ເລກທີ 1 ຫາສະຖານທີ່ເລກທີ 9 ໃນເສັ້ນແບ່ງແຍກ ອ່າວພາກເໜືອ ດ້ວຍເສັ້ນທາງຍາວປະມານ 102 ໄມທະເລ.
ຕຳຫຼວດ​ທະ​ເລ ສອງ​ປະ​ເທດ ຫວຽດ​ນາມ - ຈີນ​ ລາດ​ຕະ​ເວນ​ຮ່ວມ ​ຢູ່​ເຂດ​ທະ​ເລ​ທາງ​ທິດ​ເໜືອ​ອ່າວພາກ​ເໜືອ - ảnh 1ກຳລັງຕຳຫຼວດລາດຕະເວນສອງປະເທດ ມອບຂອງຂວັນໃຫ້ກັນ (ພາບ: TTXVN)

ເພື່ອແນໃສ່ເພີ່ມທະວີວຽກງານສົມທົບກັນຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳ, ລະເມີດກົດໝາຍຢູ່ທະເລ, ວັນທີ 22 ພຶດສະພາ, ກຳລັງຕຳຫຼວດ ທະເລ ສອງປະເທດ ຫວຽດນາມ - ຈີນ ໄດ້ຈັດການລາດຕະເວນຮ່ວມຄັ້ງທີ 2 ປີ 2024, ຢູ່ເຂດທະເລທາງທິດເໜືອອ່າວພາກເໜືອ ຂຶ້ນກັບນະຄອນ ມ້ອງກ໋າຍ, ແຂວງ ກ໋ວາງນິງ (ຫວຽດນາມ) ແລະ ນະຄອນ ຕູງຊິງ, ນະຄອນ ຟ້າງເຈິນກ໋າງ, ແຂວງ ກ໋ວາງຊີ (ຈີນ). ຂອບຂະໜາດຂອງການລາດຕະເວນຮ່ວມ ຄັ້ງນີ້ ນັບແຕ່ສະຖານທີ່ເລກທີ 1 ຫາສະຖານທີ່ເລກທີ 9 ໃນເສັ້ນແບ່ງແຍກ ອ່າວພາກເໜືອ ດ້ວຍເສັ້ນທາງຍາວປະມານ 102 ໄມທະເລ. ນີ້ແມ່ນເຂດທີ່ມີການເຄື່ອນໄຫວນຳເຂົ້າສົ່ງອອກ, ແລກປ່ຽນສິນຄ້າ ລະຫວ່າງ ຫວຽດນາມ ແລະ ຈີນ.

ນັບແຕ່ປີ 2024, ການເຄື່ອນໄຫວລາດຕະເວນຮ່ວມ ຢູ່ເຂດທະເລດັ່ງກ່າວ ໂດຍກຳລັງ ຕຳຫຼວດສອງປະເທດຈັດຕັ້ງປະຕິບັດໃນແຕ່ລະໄຕມາດ ເພື່ອແນໃສ່ຮັກສາສະພາບການຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍຢ່າງຕໍ່ເນື່ອງ, ຮັບປະກັນການປະຕິບັດກົດໝາຍຂອງປະຊາຊົນສອງປະເທດ. ສິ່ງນີ້ໄດ້ປະກອບສ່ວນເຂົ້າໃນການຮັກສາ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ເປັນ ມູນເຊື້ອ ລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ