ຕຳຫຼວດທະເລ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາບໍລິຫານ ReCAAP ຄັ້ງທີ 18 ຢູ່ ສິງກະໂປ
(VOVWORLD) - ຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາບໍລິຫານສູນຂໍ້ມູນຕ້ານໂຈນສະຫຼັດ ແລະ ໂຈນທີ່ນຳໃຊ້ອາວຸດ ຕ້ານຄືນກ່ຳປັ່ນຢູ່ ອາຊີ (ReCAAP ISC) ຄັ້ງທີ 18 ຢູ່ ສິງກະໂປ.
ກອງປະຊຸມ ReCAAP ຄັ້ງທີ 18 ຈັດຂຶ້ນຢູ່ສິງກະໂປ ນັບແຕ່ວັນທີ 13 - 15 ມີນາ (ພາບ:TTXVN) |
ແຕ່ວັນທີ 13 – 15 ມີນາ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນຈັດຕະວາ ຫວູຈູງກຽນ, ຮອງຫົວໜ້າຜູ້ບັນຊາການຝ່າຍກົດໝາຍຕຳຫຼວດທະເລເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະພາບໍລິຫານສູນຂໍ້ມູນຕ້ານໂຈນສະຫຼັດ ແລະ ໂຈນທີ່ນຳໃຊ້ອາວຸດ ຕ້ານຄືນກ່ຳປັ່ນຢູ່ ອາຊີ (ReCAAP ISC) ຄັ້ງທີ 18 ຢູ່ ສິງກະໂປ.
ກ່າວຄຳເຫັນທີ່ກອງປະຊຸມໃນວັນທີ 13 ມີນາ, ທ່ານພົນຈັດຕະວາ ຫວູຈູງກຽນ ໄດ້ຢັ້ງຢືນຄວາມຮັບຜິດຊອບຂອງ ຫວຽດນາມ ໃນການເຂົ້າຮ່ວມສັນຍາ ReCAAP, ຕໍ່ສູ້ກັບອາດຊະຍາກຳທະເລ ຢ່າງມີປະສິດທິຜົນ, ພ້ອມທັງເນັ້ນໜັກວ່າ ບັນດາປະເທດຕ້ອງຍົກສູງສະຕິຄວາມຮັບຮູ້ກ່ຽວກັບສະພາບການລວມ ແລະ ການຂາດສະຖຽນລະພາບທາງດ້ານຄວາມໝັ້ນຄົງໃນການເດີນເຮືອ ຍ້ອນໂຈນສະຫຼັດ, ໂຈນທີ່ນຳໃຊ້ອາວຸດໃນທະເລກໍ່ຂຶ້ນ, ສືບຕໍ່ຮ່ວມແຮງຮ່ວມໃຈສົມທົບກັນ, ແບ່ງປັນຂໍ້ມູນຂ່າວສານ ເພື່ອຮັບປະກັນລັກສະນະທັນການ, ມີປະສິດທິຜົນ; ຍົກສູງຄວາມສາມາດສົມທົບກັນເຄື່ອນໄຫວລະຫວ່າງບັນດາປະເທດ ແລະ ກັບ ReCAAP ISC ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນທຸກເສັ້ນທາງການເດີນທະເລໃນພາກພື້ນ ແລະ ໃນໂລກ.