ຕຳຫຼວດທະເລ ແລະອົງການກວດກາ ການຫາປາຫວຽດ ນາມຮຽງບ່າຮຽງໄລ່ ພ້ອມກັບຊາວປະມົງ ອອກສູ່ທະເລ


ຕຳຫຼວດທະເລ ແລະອົງການກວດກາ ການຫາປາຫວຽດ ນາມຮຽງບ່າຮຽງໄລ່ ພ້ອມກັບຊາວປະມົງ ອອກສູ່ທະເລ  - ảnh 1

ຊາວ​ປະມົງ​ດ່າ​ນັງອອກ​ສູ່​ທະ​ເລ

 (ພາບ: baomoi.com)

(vovworld)- ທ່ານ​ຮ້ອຍ​ເອກ​ຫງວຽນ​ວັນ​ຮຶງ, ກັບຕັນ​ກຳ​ປັ່ນ​ຕຳຫຼວດ​ທະ​ເລ CBS-8003 ​​ໄດ້​ຢືນຢັນ​ວ່າ: ​ປົກ​ປ້ອງ​ຊາວ​ປະມົງ​ໃນ​ການ​ຫາ​ສິນ​ທະ​ເລ​ໃນ​ເຂດ​ທະ​ເລ​ຂອງ​ຫວຽດນາມ​ ແມ່ນ​ໜ້າ​ທີ່​ລວມຂອງກຳລັງຕຳຫຼວດ​ທະ​ເລ ​ແລະ ອົງການ​ກວດກາ​ການ​ຫາ​ປາ. ຕາມ​ທ່ານ​ກັບຕັນ​ຫງວຽນ​ວັນ​ຮຶງ​ແລ້ວ, ​ໃນ​ໄລຍະ​ຜ່ານ​ມາ, ຕຳ​ຫຼວ​ດທະ​ເລ​ຫວຽດນາມ​ ​ໄດ້​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ, ໜູນ​ຊ່ວຍ​ຊາວ​ປະມົງ​ໃນ​ທຸກ​ດ້ານ​ຄື: ສະບຽງ​ອາຫານ, ທັນ​ຍາ​ຫານ, ຢຸກຢາ…ພິ​ເສດ​ແມ່ນ​ຮັບປະກັນ​ການ​ເດີນ​ທະ​ເລ​ເພື່ອ​ໃຫ້​ຊາວ​ປະມົງ​ອຸ່ນອ່ຽນ​ໃຈ​ຕິດ​ພັນ​ກັບ​ທະ​ເລ.

   ມາ​ຮອດ​ປະຈຸ​ບັນ, ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ​ກວາງ​ຫງ້າ​ຍ ​ໄດ້​ຮັບ​ຈຳນວນ​ເງິນ​ກ່ວາ 130 ລ້ານ​ດົ່ງ​ຈາກ​ບັນດາ​ອົງການ​ຈັດຕັ້ງ, ສ່ວນ​ບຸກຄົນ​ໃຫ້​ແກ່ກຳລັງ ຕຳຫຼວດ​ທະ​ເລ ​ແລະ ອົງການ​ກວດກາ​ການ​ຫາ​ປາ, ໜູນ​ຊ່ວຍ 50 ລ້ານ​ດົ່ງ​ໃຫ້​ແກ່​ຕຳຫຼວດທະ​ເລ​ເຂດ 2. ທ່ານ​ເລ​ວັນ​ເຊົາ ຮອງ​ປະ​ທານ​ຄະນະ​ກຳມະການ ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ​ກວາງ​ຫງ້າ​ຍ ​ໃຫ້​ຮູ້​ວ່າ:

  “ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ​ກວາງ​ຫງ້າ​ຍ ​ໄດ້​ຮັບ​ການ​ປະກອບສ່ວນ​ຂອງ​ສ່ວນ​ບຸກຄົນ ກໍ່​ຄື​ອົງການ​ຈັດຕັ້ງ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ກຳລັງ​ປ້ອງ​ກັນ​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ຫວຽດນາມ. ພວກ​ຂ້າພະ​ເຈົ້າຄິດ​ວ່າ, ບັນດາ​ການ​ກະທຳ​ນີ້ ພ້ອມ​ກັບ​ການ​ປະກອບສ່ວນ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ,  ກຳລັງ​ປ້ອງ​ກັນ​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ຫວຽດນາມ ຈະ​ອຸ່ນ​ອ່ຽນ​ໃຈ​ກ່ວາ, ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​​ເກາະ​ຫວຽດນາມ“./.

 

ຂ່າວ/ບົດ​ອື່ນ