ຕຳຫຼວດທະເລຫວຽດນາມເລີ່ມຝຶກອົບຮົມປີ2015

ຕຳຫຼວດທະເລຫວຽດນາມເລີ່ມຝຶກອົບຮົມປີ2015 - ảnh 1
ກຳ​ລັງ​ຕຳຫຼວດທະ​ເລ ຫວຽດ​ນາມ
(ພ​າບ: tuyengiao.vn)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 1/3, ກຳ​ລັງ​ຕຳຫຼວດທະ​ເລ ຫວຽດ​ນາມ ພ້ອມ​ກັບ​ທົ່ວ​ກອງ​ທັບ​ໄດ້​ຈັດ​ຕັ້ງ​ພິ​ທີ​​ເລີ່ມ​ຝຶກ​ອົບ​ຮົມ​ປີ 2015 ແລະ ປຸກ​ລະ​ດົມ​ບັ້ນ​ແຂ່ງ​ຂັນ​ຈຸດ​ສຸມ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/4/1975 – 30/4/2015). ພົນ​ຈັດ​ຕະ​ວາ ຫງວຽນ​ກວາງ​ດ້າມ, ບັນ​ຊາ​ການ​ຕຳຫຼວດ​ທະ​ເລ ຫວຽດ​ນາມ, ຮຽກ​ຮ້ອງ​ໃຫ້​ທົ່ວ​ກຳ​ລັງ​ຕຳຫຼວດ ຫວຽດ​ນາມ ຊາບ​​ຊືມ​ທັດ​ສະ​ນະ, ແຜນ​ນະ​ໂຍ​ບາຍ​ສ້າງ​ກຳ​ລັງ​ຕຳຫຼວດ ທະ​ເລ​ມີ​ວິ​ຊາ​ສະ​ເພາະ​ສູງ​ເພື່ອ​ປ່ຽນ​ໃໝ່, ​ມີ​ຫົວ​ຄິດປະ​ດິດ​ສ້າງ​ໃນ​ວິ​ທີ​ຝຶກ​ອົບ​ຮົມ. ການ​ຝຶກ​ອົບ​ຮົມ​ຕິດ​ພັນ​ກັບ​ສະ​ພາບ​ການ​ຕໍ່​ສູ້, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝ​ູ່​ເກາະ, ຮັກ​ສາ​ການ​ປະ​ຕິ​ບັດ​ກົດ​ໝາຍ​ບົນທະ​ເລ ແລະ ຍົກ​ສູງ​ສະ​ຕິ​ຮ່ຳ​ຮຽນ​ເອງ, ຝຶກ​​ຝົນຫຼໍ່ຫຼອມ​ເອງ ນຳ​ໃຊ້​ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ, ເປັນ​ເຈົ້າ​ການ​ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ໃໝ່. ຕຳຫຼວດ​ທະ​ເລ ຫວຽດ​ນາມ ເປັນ​ເຈົ້າ​ການ​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສູ້​ຊົນ​ບື່ນ​ຕົວ​ຂຶ້ນ​ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່​າງ​ມີ​ໄຊ, ສົມ​ເປັນ​ກຳ​ລັງ​ແກ່ນ​ສານ, ກຳ​ລັງ​ໂດຍ​ກົງ​ໃນ​ການ​ຮັກ​ສາ​ປະ​ຕິ​ບັດ​ກົດ​ໝາຍ​​ຢູ່​ບັນ​ດາ​ເຂດ​ທະ​ເລ​ຂອງ​ປະ​ເທດ​ຊາດ.

 


ຂ່າວ/ບົດ​ອື່ນ