ຕຳຫຼວດປະຊາຊົນຮັກສາ ຄຸນສົມບັດປະຕິວັດ, ຈົ່ງຮັກພັກດີຕໍ່ປະເທດ ຊາດ, ຕໍ່ພັກ ແລະ ຕໍ່ ປຊຊ


 ຕຳຫຼວດປະຊາຊົນຮັກສາ ຄຸນສົມບັດປະຕິວັດ, ຈົ່ງຮັກພັກດີຕໍ່ປະເທດ ຊາດ, ຕໍ່ພັກ ແລະ ຕໍ່ ປຊຊ - ảnh 1

(ພາບ: congannghean.vn)

 (vovworld)- ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະຫລຸບ 3 ​ປີ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ “ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“ ຂອງ​ກະຊວງ​ຕຳ​ຫຼວດຫວຽດ ນາມ ຈັດ​ຂຶ້ນ​ໃນວັນ​ທີ 15/1, ​ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຜົນງານ​ອັນ​ໃຫ່ຍຫຼວງ​ຂອງ​ກຳລັງ​ຕຳຫຼວດ ປຊຊ. ທ່ານ​ປະທານປະ​ເທດ​ເຈືອງ​ເຕີນ​ຊາງ ​ເນັ້ນໜັກ​ວ່າ: ​ແຕ່​ລະວິ​ລະກຳ, ​ແຕ່ລະ​ແບບຢ່າງ​ວຽກ​ດີ​ຄົນ​ເດັ່ນ, ​ ​ຄວາມ​ມານະ​ພະຍາຍາມ​ແຕ່ລະຢ່າງຂອງ​ບັນດາ​ກົມ​ກອງ, ພະນັກງານ, ຕຳຫຼວດ ປຊຊ ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ລະ​ບຽບ​ກົດໝາຍ​ຂອງ​ລັດ​ມີ​ຄວາມ​ເຂັ້ມງວດ​ກ່ວາ, ຊັບ​ສິນ​ຂອງ​ລັດ, ຊີວິດ​ອິນ​ຊີ ​ແລະ ຊັບ​ສົມບັດ​ຂອງ ປຊຊ​ ໄດ້​ຮັບ​ການ​ຮັກສາ​ດີ​ກ່ວາ​ອີກ, ຕໍ່ສູ້​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ ​ແລະ ອາດ​ຊະ​ຍາ​ກຳ​ປະ​ເພດ​ຕ່າງໆ, ຮັກສາ​ຊີ​ວິດ​ສະຫງົບ​ສຸກ​ ​ແລະ ຄວາມ​ຜາ​ສຸກຂອງ ປຊຊ. ທ່ານ​ປະທານປະ​ເທດ​ເຈືອງ​ເຕີນ​ຊາງ ຮຽກຮ້ອງ​ໃຫ້​ກຳລັງ​ຕຳຫຼວດຕ້ອງ​ຕິດ​ພັນ “ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“ ກັບ​ຂະ​ບວນການ “ຕຳຫຼວ​ດ ປຊຊ ຮ່ຳຮຽນ, ປະຕິບັດ​ຕາມ​ຄຳ​ສັ່ງສອນ 6 ຂໍ້​ຂອງ​ລຸງ​ໂຮ່“ ​ແລະ ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11 ກ່ຽວ​ກັບ “ບາງ​ບັນຫາ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກປະຈຸບັນ“. ທ່ານ​ປະທານປະ​ເທດ​ເຈືອງ​ເຕີນ​ຊາງ ​ເນັ້ນໜັກ​ວ່າ:

  “ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຍັງ​ສັບສົນ​ຢູ່, ພວກ​ອາດ​ຊະ​ຍາ​ກຳ​ຍາມໃດ​ກໍ່​ຊອກ​ຫາ​ວິທີ​ເພື່ອ​ກະທົບ, ຍຸ​ແຍ່​ແກ່​ດຶງ, ຈອບ​ອອຍ​ເພື່ອ​ເຮັດ​ໃຫ້​ພະນັກງານ​ຕຳຫຼວດ​ເສຍ​ທາດ​ຂາດ​ຄຸນ, ອຸດົມ​ຄະຕິ​ຫລຸດ​ລົງ, ສະນັ້ນ, ພະນັກງານ, ຕຳຫຼວດ​ຕ້ອງ​ຝຶກ​ຝົນ​ຫຼໍ່​ຫຼອມ​ແນວ​ຄິດ​ການ​ເມືອງ ​ແລະ ຄຸນສົມບັດ. ກຳລັງ​ຕຳຫຼວດ ປຊຊ ສົມ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ປົກ​ປ້ອງ​ຜົນ​ປະ​ໂຫຍ​ດ​ເປັນຕາ​ຍຂອງປະ​ເທດ​ຊາດ“./.

ຂ່າວ/ບົດ​ອື່ນ