ຕຳຫຼວດມາເລເຊຍອາດຈະຈັບຕົວຜູ້ຖືກສົງໄສວາງລະເບີດຢູ່ບາງກອກໄດ້2ຄົນ

ຕຳຫຼວດມາເລເຊຍອາດຈະຈັບຕົວຜູ້ຖືກສົງໄສວາງລະເບີດຢູ່ບາງກອກໄດ້2ຄົນ - ảnh 1
ຜູ້​ຖືກ​ສົງ​ໄສ Adem Karadag (ພາບ: THX/TTXVN)

(vovworld) - ວັນ​ທີ 20/9, ​ແຫຼ່ງຂ່າວ​ຈາກຕຳຫຼວດ​ໄທ ​ໃຫ້​ຮູ້​ວ່າ, ຕຳຫຼວດ​ມາ​ເລ​ເຊຍ ​​ໄດ້​ມອບ​​ໃຫ້​ຕຳຫຼວດ​ໄທ ຮູບ​ພາບ​ຜູ້​ຊາຍ 2 ຄົນ ທີ່​ຖືກ​ສົງ​ໄສ​ວ່າ​​ເປັນ​ຜູ້​ໄດ້​ນຸ່ງ​ເສື້ອ​ສີ​ເຫຼືອງ​ໃນ​ເຫດ​ວາງ​ລະ​ເບີດ​ຢູ່​ວິຫານ ​ເອຣາວານ, ​ຢູ່​ບາງກອກ, ເຮັດ​ໃຫ້ 20 ຄົນ​ເສຍ​ຊີວິດ ​ແລະ ຜູ້​ນຸ່ງ​ເສື້ອ​ສີຂຽວ​ ທີ່​ໄດ້​ຖີ້ມລະ​ເບີດ​ລົງ​ແມ່​ນຳ້ ​ເຈົ້າ​ພະຍາ, ກໍ່​ໃຫ້​ເກີດ​ເຫດວາງ​ລະ​ເບີດ​ຢູ່​ທ່າ​ກຳ່​ປັ່ນ ສາທອນ.  ຕຳຫຼວດ​ໄທ​ ຈະ​ປຽບທຽບ​ຮູບ​ພາບ​ທັງ​ສອງ​ຄົນດັ່ງກ່າວ, ຖ້າ​ຫາກ​ຖືກ​ກັບ​ການຕຳ​ໜິຮູບ​ປະພັນ​ຂອງ​ຜູ້​ຖືກ​ສົງ​ໄສ​ 2 ຄົນ​ນີ້​ແລ້ວ. ຕຳຫຼວດ​ໄທ ຈະ​ຮຽກຮ້ອງ​ມາ​ເລ​ເຊຍ​ ພາ​ຕົວ​ສອງ​ຄົນ​ດັ່ງກ່າວ​ມາ​ໄທ ​ເພື່ອ​ທຳ​ການ​ສືບສວນ ​ແລະ ພິພາກສາ.

ຂ່າວ/ບົດ​ອື່ນ