ຕຳຫຼວດລັດເຊຍກູ້ຊ່ວຍຕົວປະກັນ20ຄົນຢູ່ໂຮງຮຽນແຫ່ງໜຶ່ງທີ່ນະຄອນຫຼວງມົດສະກູ

ຕຳຫຼວດລັດເຊຍກູ້ຊ່ວຍຕົວປະກັນ20ຄົນຢູ່ໂຮງຮຽນແຫ່ງໜຶ່ງທີ່ນະຄອນຫຼວງມົດສະກູ - ảnh 1
ພໍ່ແມ່ນັກຮຽນຢູ່ນອກໂຮງຮຽນ
(ພາບ: sky.com)


(vovworld) – ວັນ​ທີ 3/2, ຕຳຫຼວດ ​ລັດ​ເຊຍ ​ໄດ້​​ກູ້​ຊ່ວຍ​ຕົວ​ປະກັນ​ 20 ຄົນ​ທີ່​ຖືກ​ຈັບ​ຕົວ​ຢູ່​​ໂຮງຮຽນ​ເລກທີ 268 ທີ່​ນະຄອນຫຼວງ ມົດ​ສະ​ກູ ສຳ​ເລັດ​ຜົນ. ຕົວ​ການ​ໃນ​ເຫດການນີ້ແມ່ນ​ນັກຮຽນ​ຄົນ​ໜຶ່ງ​ຂອງ​ໂຮງຮຽນ​ດັ່ງກ່າວ.

    ອົງການ​ສືບສວນ​ໃຫ້​ຮູ້​ວ່າ: ນັກຮຽນ​ຄົນ​ນີ້​​ໄດ້ນຳ​​ໃຊ້​ປືນ​​ເຫຼັກ​ຍາວ ​ແລະ ປືນ​ລ່າ​ເນື້ອ ​ເຂົ້າ​ໂຮງຮຽນ ດຳ​ເນີນ​ການຈັບ​ຕົວປະກັນ​ພາຍຫຼັງຍິງ​ຕາຍ​ອາຈານ​ຄົນ​ໜຶ່ງ. ຫຼັງ​ຈາກ​ນັ້ນ, ຜູ້​ນີ້​ຍັງ​ຍິງ​ຕຳຫຼວດຜູ້​ໜຶ່ງ​ຕາຍ ​ແລະ ຍິງຜູ້​ໜຶ່ງ​ຖືກ​ບາດ​ເຈັບ.

    ກ່ອນ​ທີ່​ກໍ່​ໃຫ້​​ເກີດ​ເຫດການ​ດັ່ງກ່າວ, ນັກຮຽນ​ຄົນ​ນີ້​​ເຄີຍ​ເປັນ​ນັກຮຽນ​ດີ​ເດັ່ນ​ຂອງ​ໂຮງຮຽນບາງ​ເທື່ອ​ຖືກ​ກະທົບ​ດ້ານ​ຈິດຕະ.

ຂ່າວ/ບົດ​ອື່ນ